ບໍ່ເຂັດລາບ ອອກຄຸກມາບໍ່ທັນຮອດປີ ກັບມາຂາຍຢາເສບຕິດ ຖືກດຳເນີນຄະດີອີກຄັ້ງ

    ປກສ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ເຄື່ອນໄຫວກວາດລ້າງບຸກຄົນ ກຸ່ມແກ້ງ ພົວພັນຢາເສບຕິດຢ່າງຕໍ່ເນື່ອງ ເພື່ອປະຕິບັດຕາມວາລະແຫ່ງຊາດ ແກ້ໄຂຢາເສບຕິດ ໂດຍຄັ້ງວັນທີ 25 ກຸມພາ ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 500 ກວ່າເມັດ.

    ອີງຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ເວລາ 14:00 ຂອງວັນທີ 25 ກຸມພາ 2022 ເຈົ້າໜ້າທີ່ວິຊາສະເພາະພະແນກຕຳຫຼວດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບຕົວເປົ້າໝາຍທີ່ມີການເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບ້ານ ຖິ່ນເພຍ ເມືອງ ຫາດຊາຍຟອງ ຊື່ ທ້າວ ກິດຕະກອນ ອາຍຸ 30 ປີ ອາຊີບກຳມະກອນ ຢູ່ບ້ານຖິ່ນເພຍ ພ້ອມຂອງກາງຢາບ້າ ຈຳນວນ 516 ເມັດ.

     ທ້າວ ກິດຕະກອນ ສາລະພາບກັບເຈົ້າໜ້າທີ່ວ່າ: ເຄີຍຖືກດຳເນີນຄະດີມາແລ້ວ 1 ຄັ້ງ ໃນປີ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ຖືກສານຕັດສິນຈຳຄຸກ 5 ປີ ແລະ ຖືກປ່ອຍຕົວອອກຈາກຄຸກໃນວັນທີ 2 ມິຖຸນາ 2021 ຫຼັງຈາກນັ້ນ ກໍກັບມາພົວພັນກັບຢາເສບຕິດອີກ ໂດຍໄດ້ມີການຊື້-ຂາຍນຳຊາຍຄົນໜຶ່ງບໍ່ຮູ້ຊື່ ຢູ່ໃນຮ້ານເກມເຂດບ້ານຖິ່ນເພຍ ຫຼັງຈາກໄດ້ຢາບ້າມາ ກໍນຳໄປຂາຍໃຫ້ຜູ້ມົ້ວສຸມຢູ່ແຖວບ້ານ ແລະ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

    ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!