ໜ່ວຍແມ່ຍິງຜະລິດ ວິທະຍາຄານກົມມະດຳ ເປີດກອງປະຊຸມໃຫຍ່ຄັ້ງທີ VII

    ວັນທີ 25 ກຸມພາ 2022 ນີ້ ໜ່ວຍສະຫະພັນແມ່ຍິງຜະລິດ ວິທະຍາຄານກົມມະດຳ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ໄລຍະ 3 ປີ ຜ່ານມາ ແລະ ຜ່ານທິດທາງແຜນການ ປີ 2024 ຂອງກອງປະຊຸມໃຫຍ່ ຄັ້ງທີ VII ໂດຍການເປັນປະທານຂອງສະຫາຍ ຮ້ອຍເອກ ນາງ ແສງພອນ ວົງສຸກ ຮອງຫົວໜ້າພະແນກ ສະຫະພັນແມ່ຍິງ ວິທະຍາຄານກົມມະດຳ ເປັນກຽດເຂົ້າຮ່ວມໂດຍສະຫາຍ ພັນໂທ  ຄຳອຸດ ໄຊຍະວົງ ຫົວໜ້າພະແນກຜະລິດ ມີບັນດາໜ່ວຍອ້ອມຂ້າງ ແລະ ເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມ. 

    ສະຫາຍ ພັນຕີ ນາງ ສຸດ ສະເຫຼີມສຸກ ຮອງເລຂາໜ່ວຍ ສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາຄືນ ຜ່ານການຈັດຕັ້ງນຳພາວຽກງານໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການໃນຊຸມປີຕໍ່ໜ້າ ຍົກໃຫ້ເຫັນການຊີ້ນຳ-ນຳພາ ຂອງຄະນະໜ່ວຍດັ່ງກ່າວ ເປັນຕົ້ນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ  ສາມາດຄັດເລືອກໄດ້ແມ່ຍິງ 3 ດີ ຈຳນວນ 19 ສະຫາຍ,ຮັບໃບຊົມເຊີຍ 3 ສະຫາຍ ຄອບຄົວຜາສຸກ 14 ຄອບຄົວ ດ້ານວຽກງານບໍລິຫານກົມກອງ ອອກແຮງງານລວມນຳສະຫະພັນຍິງ 75 ຄັ້ງ ອອກແຮງງານຮ່ວມຫ້ອງ 29 ຄັ້ງ ວຽກງານສ້າງເສດຖະກິດ ໄດ້ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈາກການປູກຝັງ-ລ້ຽງສັດ ເຊິ່ງສະແດງອອກຄື: ປູກກ້ວຍ 130 ຂຸມ ປູກຫົວສີໄຄ 650 ຂຸມ ປູກຂ່າ 50 ຂຸມ ລ້ຽງໝູ 3 ໂຕ,ມີໜອງປາ 2 ໜອງປ່ອຍປາແລ້ວ12.000.000 ໂຕ ສາມາດສ້າງລາຍຮັບໄດ້ຈາກການບໍລິການອື່ນໆ.ເປັນເງິນ 16.388.000 ກີບ (ສິບຫົກລ້ານສາມແສນແປດສິບແປດພັນກີບ)  ຈາກນັ້ນ ກອງປະຊຸມ  ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍແມ່ຍິງຊຸດ ໃໝ່ໄດ້ຕາມລະດັບໝາຍ.

# ຂ່າວ-ພາບ : ຂັນທະລີ ທຳມະວົງ.

error: Content is protected !!