ໜ່ວຍສະຫະພັນແມ່ຍິງພະລາທິການວິທະຍາຄານກົມມະດຳ ສະຫຼຸບວຽກງານ 3 ປີ

    ວັນທີ 24 ກຸມພາ 2022 ນີ້ ໜ່ວຍສະຫະພັນແມ່ຍິງພະລາທິການ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງສະຫຼຸບວຽກຮອບດ້ານ 3 ປີຜ່ານມາ ແລະ ວາງທິດທາງແຜນການປີ 2024 ຄັ້ງທີ VII ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານ ກົມມະດຳ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນໂທ ຊົມພູ ໄຊຍະເພັດ ຮອງຫ້ອງພະລາທິການ ວິທະຍາຄານ , ມີບັນດາໜ່ວຍອ້ອມຂ້າງ ແລະ ເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມ. 

    ສະຫາຍ ພັນຕີ ນາງ ປິ່ນແກ້ວ ພົງປະເສີດ ຮອງເລຂາໜ່ວຍສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນໍາພາ ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະ 3 ປີຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ເຮັດລ້ອນໜ້າທີ່ການເມືອງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ປະຕິບັດທຸກມະຕິຄຳສັ່ງຂອງການຈັດຕັ້ງຂັ້ນເທິງວາງອອກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ໂຄງການເປັນແຜນອັນລະອຽດ ວຽກງານບໍລິຫານ ແລະ ຂະບວນການ: ສະແດງສີລະປະວັນນະຄະດີ 4 ເທື່ອ ແຂ່ງຂັນກິລາ 5 ເທື່ອ ອະນາໄມຫ້ອງການ 1.100 ເທື່ອ ຮັບໃຊ້ກອງປະຊຸມ 8 ເທື່ອ ແທກຕັງຊົ່ງໃຫ້ພະນັກງານ 650 ເທື່ອ ດ້ານວຽກງານພະລາທິການ: ປູກຜັກກາດໄດ້ 1800 ກິໂລ ຜັກຫອມ 550 ກິໂລ ປູກກ້ວຍ 95 ຕົ້ນ ປູກຫົວສີໄຄ 100 ຂຸມ ປູກຂ່າ 20 ຂຸມ ສາມາດສ້າງແຫຼ່ງລາຍຮັບເຂົ້າຄັງລວມດ້ວຍການປູກຝັງ-ລ້ຽງສັດ ຂາຍເຄື່ອງຍ່ອຍ ແລະ ບໍລິການອື່ນໆ ເປັນເງິນທັງໜົດ 8,610,000 ກີບ ຈາກນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຄະນະໜ່ວຍຊຸດໃໝ່ໄດ້ ຕາມແຜນການທີ່ວາງໃວ້.

# ຂ່າວ-ພາບ : ລຸນທອງ ສີບຸນເຮືອງ

error: Content is protected !!