ເປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຊຸດທີ 38

    ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕາມທິດສ້າງການຫັນປ່ຽນຢ່າງຕັ້ງໜ້າ ເລິກເຊິ່ງ ແລະ ຮອບດ້ານ ໃນການກໍ່ສ້າງພະນັກງານ-ສະມາຊິກພັກ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານຄົ້ນຄວ້າຮ່ໍາຮຽນມະຕິ ທິດສະດີ ດໍາເນີນໂຄງການຍົກລະດັບ ແລະ ສະໜອງຄວາມຮູ້ໃໝ່ໃຫ້ພະນັກງານ-ສະມາຊິກພັກ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ກໍຄືມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ.

    ວັນທີ 28 ກຸມພາ 2012 ຜ່ານມາ ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ຈັດພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຊຸດທີ 38 ໃຫ້ແກ່ພະນັກງານ-ສະມາຊິກພັກຂອງພະແນກແຮງງານສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ແລະ ຫ້ອງການແຮງງານສະຫວັດດີການ-ສັງຄົມ 9 ຕົວເມືອງ ໂດຍການເປັນປະທານຂອງ ທ່ານ ປທ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງການປົກ ນະຄອນຫຼວງວຽງຈັນ ມີທ່ານ ຄໍາແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ບັນດາຄະນະພະແນກ ຄະນະໂຮງຮຽນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    ໃນການເຝິກອົບຮົມຊຸດນີ້ ໄດ້ມີນັກເຝິກອົບຮົມ 42 ທ່ານ ຍິງ 23 ທ່ານ ໃນນີ້ ມາຈາກຫ້ອງການບໍລິຫານແຜນການ 6 ທ່ານ ຍິງ 5 ທ່ານ ຂະແໜງຈັດຕັ້ງ ແລະ ກວດກາ 2 ທ່ານ ຍິງ 1 ທ່ານ ຂະແໜງຄຸ້ມຄອງແຮງງານ 4 ທ່ານ ຍິງ 3 ທ່ານ ຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ 5 ທ່ານ ຍິງ 4 ທ່ານ ຂະແຫນງສັງຄົມສົງເຄາະ 4 ທ່ານ ຍິງ 1 ທ່ານ ຂະແໜງນະໂຍບາຍຕໍ່ຜູ້ມີຜົນງານ 4 ທ່ານ ຍິງ 3  ທ່ານ  ຂະແໜງການປະກັນສັງຄົມນະຄອນຫຼວງວຽງຈັນ 4 ທ່ານ ຍິງ 3 ທ່ານ ຫ້ອງການ ຮສສ ເມືອງຈັນທະບູລີ 2 ທ່ານ ຍິງ 1 ທ່ານ ຫ້ອງການ ຮສສ ເມືອງສີໂຄດຕະບອງ 2 ທ່ານ ຍິງ 2 ທ່ານ ຫ້ອງການ ຮສສ ເມືອງ ສີສັດຕະນາກ 1 ທ່ານ ຫ້ອງການ ຮສສ ເມືອງໄຊທານີ 2 ທ່ານ ຍິງ 1 ທ່ານ ຫ້ອງການ ຮສສ ເມືອງສັງທອງ 2 ທ່ານ ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ 4 ທ່ານ.

    ການເຝິກອົບຮົມຄັ້ງນີ້ ນັກເຝິກອົບຮົມຈະໄດ້ຄົ້ນຄ້ວາຮ່ໍາຮຽນຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ 3 ເດືອນ ຕາມຫຼັກສູດທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດວາງອອກ ລວມມີ 9 ວິຊາຮຽນຄື: ວິຊາປັດຊະຍາ ເສດຖະສາດການເມືອງ ລັດທິສັງຄົມນິຍົມວິທະຍາສາດ ທິດສະດີລັດ ແລະ ກົດໝາຍ ວິຊາການປົກຄອງ ກໍ່ສ້າງພັກ ຄຸ້ມຄອງເສດຖະກິດ ການເມືອງວິທະຍາ ແລະ ຂົນຂວາຍກໍ່ສ້າງຮາກຖານ ແລະ ຮ່ໍາຮຽນ ວຽກງານຈຸດສຸມຂອງນະຄອນຫຼວງວຽງຈັນ ແລະ ຂະແໜງແຮງງານລວມມີ 15 ໜ່ວຍກິດ ລວມມີ 396 ຊົ່ວໂມງ ໃນນັ້ນ ຊົ່ວໂມງບັນຍາຍ 240 ຊົ່ວໂມງ ແກ້ຂໍ້ຂ້ອງໃຈ 47 ຊົ່ວໂມງ ແລະ ເສັງປາກເປົ່າມີ 6 ວິຊາ ລວມມີ 47 ຊົ່ວໂມງ.

# ຂ່າວ-ພາບ : ວຽງມາ

error: Content is protected !!