ອົງການປົກຄອງນະຄອນຫຼວງວຽງຈັນ ຫາລືຫຼາຍບັນຫາສໍາຄັນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 9 ຈັດຂຶ້ນວັນທີ 28 ກຸມພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງ ຫົວໜ້າພະແນກການ ເຈົ້າເມືອງ 9 ຕົວເມືອງອ້ອມຂ້າງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມກັບທີ່ ແລະ ຜ່ານຮູບແບບທາງໄກ. 

    ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາຫຼາຍວຽກງານສໍາຄັນ ເປັນຕົ້ນ ກ່ຽວກັບສະພາບການພົ້ນເດັ່ນປະຈໍາເດືອນກຸມພາ ແລະ ແຜນວຽກຈຸດສຸມປະຈໍາເດືອນມີນາ ການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນະຄອນຫຼວງວຽງຈັນ ໄລຍະ 1 ເດືອນຜ່ານມາ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດຢູ່ນະຄອນຫຼວງວຽງຈັນ ວຽກງານແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ກັບແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ຄວາມຄືບໜ້າຕໍ່ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານຂອງນະຄອນຫຼວງວຽງຈັນ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍສ້າງທາງດ່ວນ ນະຄອນຫຼວງວຽງຈັນໝາຍເລກ 1 ການປະສານສົມທົບກັບອົງການກວດສອບແຫ່ງລັດ ກ່ຽວກັບຮ່າງບົດບັນທຶກຜົນການກວດສອບໂຄງການກໍ່ສ້າງເສັ້ນທາງ 450 ປີ ໂຄງການກໍ່ສ້າງທາງດອນໜູນ-ຂົວທ່າງ່ອນ ແລະ ໂຄງການກໍ່ສ້າງເສັ້ນທາງບ້ານດອນນົກຂຸ້ມ-ທາງເຕ 4-ທາງນາຄວາຍ 450 ປີ ວຽກງານໂຄງການກໍ່ສ້າງສືບຕໍ່ຈັດຕັ້ງປະຕິບັດບໍ່ທັນສໍາເລັດ ຈໍານວນ 9 ໂຄງການ ແລະ ໂຄງການກໍ່ສ້າງກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ການສະເໜີຂໍອອກແຈ້ງການກ່ຽວກັບການຈັດລະບຽບການສັນຈອນ ຢູ່ຖະໜົນສາຍສໍາຄັນຕ່າງໆໃນຕົວເມືອງນະຄອນຫຼວງວຽງຈັນ ໃນເວລາໂມງເຂົ້າການ-ເລີກການ ເພື່ອຕອບແທນແຈ້ງການສະບັບເລກທີ 274/ຈນວ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!