ຫາລືປັບປຸງເນື້ອໃນຮ່າງແຜນຍຸດທະສາດວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ

    ກອງປະຊຸມປຶກສາຫາລື ປັບປຸງເນື້ອໃນຮ່າງແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ 3” ສຳລັບປີ 2021-2030 ຈັດຂຶ້ນວັນທີ 28 ກຸມພາ 2022 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປັນປະທານຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ທັງເປັນຫົວໜ້າຄະນະຮັບຜິດຊອບສ້າງຮ່າງແຜນຍຸດທະສາດແຫ່ງຊາດ “ເສັ້ນທາງກ້າວສູ່ຄວາມປອດໄພ 3” ທ່ານນາງ ຣິຄາດາ ຣິກເຈີ ຜູ້ຕາງໜ້າອົງການສາຫະປະຊາຊາດເພື່ອການພັດທະນາປະຈຳ ລາວ ແລະ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ມີບັນດາຜູ້ບັນດາຄະນະຮັບຜິດຊອບສ້າງຮ່າງແຜນຍຸດທະສາດແຫ່ງຊາດ ຕາງອົງການຈັດຕັ້ງສາກົນ ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ (ໃນຮູບແບບເຊິ່ງໜ້າ ແລະ ແບບໄກ). 

    ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ບັນຫາເນື້ອໃນຕົ້ນຕໍຂອງຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ “ເສັ້ນທາງກ້າວສູ່ຄວາມປອດໄພ 3” ເນັ້ນໃສ່ການຕີລາຄາການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ “ເສັ້ນທາງກ້າວສູ່ຄວາມປອດໄພ 2” ໃນໄລຍະ 10 ປີຜ່ານມາ ໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຄົງຄ້າງ ພ້ອມນີ້ ໄດ້ຄົ້ນຄວ້າປະກອບຄວາມຄິດເຫັນໃສ່ຮ່າງວິໄສທັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກຮອດປີ 2030 ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ໃນສະພາບແວດລ້ອມທີ່ປອດໄພຈາກລະເບີດບໍ່ທັນແຕກ ແລະ ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ທັງນີ້ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປົ້າໝາຍຍຸດທະສາດ 4 ເປົ້າໝາຍ ເຊິ່ງປະກອບດ້ວຍ “ຊຸມຊົນມີຄວາມປອດໄພ ແລະ ຫຼຸດຜ່ອນການເກີດອຸບັດເຫດຈາກລະເບີດບໍ່ທັນແຕກ ເກັບກູ້ລະເບີດຢູ່ພື້ນທີ່ມີຄວາມສ່ຽງສູງ ແລະ ນຳໃຊ້ພື້ນທີ່ທີ່ໄດ້ຮັບການເກັບກູ້ຢ່າງມີປະສິດທິຜົນ ສົ່ງເສີມການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ພັດທະນາຊີວິດຂອງເຂົ້າເຈົ້າໃຫ້ສາມາດກັບຄືນສູ່ສັງຄົມ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ມີປະສິດທິພາບ. ນອກຈາກນັ້ນ ກໍໄດ້ຄົ້ນຄວ້າກ່ຽວກັບວິທີການປະເມີນ ແລະ ການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ລວມທັງການຈັດການໃຫ້ບັນລຸຈຸດປະສົງຄາດໝາຍທີ່ໄດ້ລະບຸໄວ້ ປັດຈຸບັນ ຮ່າງແຜນຍຸດທະສາດສະບັບດັ່ງກ່າວໄດ້ສຳເລັດໂດຍພື້ນຖານ ເພື່ອດຳເນີນຕາມຂັ້ນຕອນປຶກສາຫາລືເປັນຄັ້ງສຸດທ້າຍ ກ່ອນຈະນຳສະເໝີຮ່າງແຜນຍຸດທະສາດສະບັບດັ່ງກ່າວເຂົ້າສູ່ກອງປະຊຸມລັດຖະບານເພື່ອພິຈາລະນາຮັບຮອງ.​

.

..# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!