ມື້ນີ້ ທົ່ວປະເທດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 134 ຄົນ

    ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 28 ກຸມພາ 2022 ທີ່ກະຊວງສາທາລະນະສຸກ ໃນວັນທີ 27 ກຸມພາ 2022 ຜ່ານມາວ່າ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.318 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ຈຳນວນ 134 ຄົນ ເປັນການຕິດເຊື້ອພາຍໃນ 108 ຄົນ ແລະ ນໍາເຂົ້າ 26 ຄົນ.

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 108 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 52 ຄົນ
  • ແຂວງສາລະວັນ 11 ຄົນ
  • ຊຽງຂວາງ 10 ຄົນ
  • ໄຊຍະບູລີ 9 ຄົນ
  • ສະຫັວນນະເຂດ 8 ຄົນ
  • ຫົວພັນ 6 ຄົນ
  • ຄໍາມ່ວນ ແລະ ບໍລິຄໍາໄຊ ແຂວງລະ 3 ຄົນ
  • ຫຼວງພະບາງ ແລະ ອັດຕະປື ແຂວງລະ 2 ຄົນ
  • ວຽງຈັນ ແລະ ບໍ່ແກ້ວ ແຂວງລະ 1 ຄົນ.

    ສໍາລັບການຕິດເຊື້ອນໍາເຂົ້າ 26 ຄົນ ຈາກນະຄອນຫຼວງວຽງຈັນ 13 ຄົນ ແຂວງສະຫວັນນະເຂດ 7 ຄົນ ຈຳປາສັກ 1 ຄົນ ບໍລິຄຳໄຊ 3 ຄົນ ສາລະວັນ 1 ຄົນ ແລະ ແຂວງຫົວພັນ 1 ຄົນ ທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ປັດຈຸບັນ ຢູ່ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 142.743 ຄົນ ອອກໂຮງໝໍໃນວັນທີ 27 ກຸມພາ 2022 ຈຳນວນ 144 ຄົນ ກຳລັງປິ່ນປົວ 1.683 ຄົນ ແລະ ເສຍຊີວິດທັງໝົດ 621 ຄົນ.

    ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 435.643.954 ຄົນ (ໃໝ່ 1.032.837 ຄົນ) ເສຍຊິວິດທັງໝົດ 5.967.302 ຄົນ (ໃໝ່ 4.391 ຄົນ) ແລະ ປີ່ນປົວຫາຍດີ 365.900.355 ຄົນ (ໃໝ່ 1.312.264 ຄົນ).

.

..# ຂ່າວ & ພາບ :  ຊິລິການດາ

error: Content is protected !!