ເຝິກອົບຮົມວຽກງານກວດກາໃຫ້ແນວລາວສ້າງຊາດ 9 ຕົວເມືອງ

   ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດເຝິກອົບຮົມວຽກງານກວດກາຂຶ້ນ ວັນທີ 28 ກຸມພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຖະໝອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ມີສໍາມະນາກອນທີ່ມາຈາກແນວລາວສ້າງຊາດ 9 ຕົວເມືອງ ແລະ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ. 

    ການຈັດເຝິກອົບຮົມຄັ້ງນີ້ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງຂອງພັກ ກົດໝາຍ ແລະ ນິຕິກໍາຂອງລັດໃຫ້ຖືກຕ້ອງ ສິ່ງສໍາຄັນຕົ້ນຕໍ ວຽກງານກວດກາເປັນວຽກສໍາຄັນ ແລະ ຂາດບໍ່ໄດ້ສໍາລັບການນໍາພາຂອງພັກ-ລັດ ແນວລາວສ້າງຊາດ ໃນພາລະກິດປ່ຽນແປງໃໝ່ຮອບດ້ານ ແມ່ນການຕິດຕາມ ກວດກາ ແລະ ຊຸກຍູ້ການປະຕິບັດແນວທາງ ແຜນນະໂຍບາຍ ມະຕິ ຄໍາສັ່ງ ຂໍ້ກໍານົດ ກົດລະບຽບຂອງພັກ ກົດໝາຍ ແລະ ນິຕິກໍາຂອງລັດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອກໍາຈັດປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ຂົງເຂດ ຂະແໜງການ ແລະ ທ້ອງຖິ່ນ ເຊິ່ງການເຝິກອົບຮົມດັ່ງກ່າວ ໄດ້ເຊື່ອມຊຶມຂໍ້ກໍານົດ ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂໍ້ກໍານົດ ສະບັບເລກທີ 01/ຄລສພ ວ່າດ້ວຍລະບຽບການຕິດຕາມ ກວດກາ ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ  ຕໍ່ບັນດາອົງການອໍານາດລັດ  ຜ່ານແຜນການຈັດຕັ້ງປະຕິບັດວຽກງານ 5 ປີ  ຂອງຂະແໜງກວດກາ ແລະ ແນະນໍາຮ່າງເກັບກໍາຕິດຕາມຫາງສຽງສັງຄົມຂອງວຽກງານກວດກາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວ ມີການປະກອບຄໍາຄິດເຫັນ ຕັ້ງບັນຫາແລກປ່ຽນບາງບັນຫາທີ່ຍັງບໍ່ທັນເຂົ້າໃຈ ເປັນເອກະພາບ ແລະ ສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!