ສໍາເລັດອົບຮົມການສື່ສານຂໍ້ມູນລະບົບເຄືອຂ່າຍ ແລະ ເຕັກໂນໂລຊີເວັບໄຊທັນສະໄໝ

    ພິທີມອບ-ຮັບໃບຢັ້ງຢືນຈົບຫຼັກສູດເຝິກອົບຮົມ ການສື່ສານຂໍ້ມູນ ລະບົບເຄືອຂ່າຍ ແລະ ເຕັກໂນໂລຊີເວັບໄຊທັນສະໄໝ ຈາກສູນສໍາລັບການພັດທະນາຄອມພິວເຕີຂັ້ນສູງ ສູນພັດທະນາ ແລະ ເຝິກອົບຮົມຊອບແວ ລາວ-ອິນເດຍ ຈັດຂຶ້ນວັນທີ 25 ກຸມພາ 2022 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍມີທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ດິງກາ ອາຊຕານາ ເອກອັກຄະລັດຖະທູດອິນເດຍປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມ. 

    ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກ່າວວ່າ: ປັດຈຸບັນ ທາງສູນພັດທະນາ ແລະ ເຝິກອົບຮົມຊອບແວ ລາວ-ອິນເດຍ ແມ່ນກຳລັງກະກຽມຈັດຕັ້ງປະຕິບັດ ການເຝິກອົບຮົມໄລຍະສັ້ນ ສຳລັບພະນັກງານພາຍໃນ ແລະ ປິ່ນອ້ອມກະຊວງ ເຊິ່ງສອນໂດຍນັກເຝິກສະຖາບັນທີ່ຜ່ານການເຝິກອົບຮົມຜ່ານມາ ແລະ ຊ່ຽວຊານຈາກບັນດາບໍລິສັດຄູ່ຮ່ວມມື ການເຝິກອົບຮົມແຕ່ລະຫົວຂໍ້ ແມ່ນຈະມີຊ່ຽວຊານເປັນຜູ້ຕິດຕາມຢ່າງໃກ້ຊິດ ເພື່ອຮັບປະກັນຄຸນນະພາບໃນການສິດສອນ ປັດຈຸບັນທາງສູນເຝິກແມ່ນກຳລັງໂຄສະນາຮັບນັກເຝິກສຳລັບຫຼັກສູດ Java Programming Microsoft office  ແລະ ຫຼັກສູດ  Adobe Premiere Pro Photoshop ສຳລັບຕັດຕໍ່ວິດີໂອ  ແລະ  ຮູບພາບ  ເໝາະແກ່ນັກຮຽນນັກສຶກສາ ພະນັກງານ ແລະ ບຸກຄົນທົ່ວໄປ ທີ່ຕ້ອງການເຝິກຝົນຄວາມຮູ້ຂອງຕົນ ຫຼື ຮຽນຮູ້ທັກສະໃໝ່. 

    ພາຍຫຼັງສຳເລັດ 2 ຫຼັກສູດໃນໄລຍະທ້າຍປີ 2021 ທີ່ຜ່ານມາ ອີງຕາມສະພາບການຂອງໂຄວິດ-19 ເລີຍເຮັດໃຫ້ການຂົນສົ່ງໃບຢັ້ງຢືນການເຝິກອົບຮົມມີການລ່າຊ້າເລັກໜ້ອຍ ແຕ່ປັດຈຸບັນກໍ່ໄດ້ມາຮອດຄົບຖ້ວນແລ້ວ ທາງສະຖາບັນຈຶ່ງໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນຈົບຫຼັກສູດ 2 ຫຼັກສູດຄື:Data Communication and Networking ເຂົ້າເຝິກ 9 ຄົນ ສອບເສັງຜ່ານ 8 ຄົນ Advanced Web Technology ເຂົ້າເຝິກ 17 ຄົນ ສອບເສັງຜ່ານ 16 ຄົນ.

.

..# ຂ່າວ & ພາບ :  ວຽງມາ

error: Content is protected !!