ເພື່ອປະກອບສ່ວນໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ (COVID-19) ສະພາການຄ້າຈີນຕ່າງດ້າວ ໄດ້ນຳຜ້າປິດປາກ-ດັງ 100.000 ອັນ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດ ນຳເອົາເຄື່ອງວີດີໂອປະຊຸມທາງໄກ ເພື່ອນຳໃຊ້ໃນການຕອບໂຕ້ ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ມາມອບໃຫ້ອົງການປົກຄອງ ນວ ເຊິ່ງມອບໂດຍຜູ້ຕາງໜ້າຈາກສອງພາກສ່ວນດັ່ງກ່າວ ແລະ ຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ສະແດງຄວາມຂອບໃຈຕໍ່ສະພາການຄ້າຈີນຕ່າງດ້າວ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ແລະ ຈະນຳເອົາເຄື່ອງຊ່ວຍເຫຼືອຄັ້ງນີ້ ນຳໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ພາບ : ອົ່ນ ໄຟສົນທອງ