ອົງການກວດສອບແຫ່ງລັດ ເຜີຍແຜ່ ຄູ່ມືການກວດສອບລະບົບຄວບຄຸມພາຍໃນ

      ໃນວັນທີ 13 ພຶດສະພາ 2020 ສະຖາບັນເຝິກອົບຮົມ ອົງການກວດສອບແຫ່ງລັດ ໄດ້ເຜີຍ ແຜ່ເອກະສານຄູ່ມືການກວດສອບລະບົບຄວບຄຸມພາຍໃນ ແລະ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດແຜນການກວດສອບ ແນໃສ່ຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານ ຂອງພະນັກງານ-ລັດຖະກອນ ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບ ປະຈຳພາກກາງໃຫ້ດີຂຶ້ນກວ່າເກົ່າ.

     ໃນໂອກາດນີ້ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ: ປຶ້ມຄູ່ມືການກວດສອບລະບົບຄວບຄຸມພາຍໃນ ແມ່ນເອກະສານ ນິຕິກຳ ບ່ອນອີງ ແລະ ບົດແນະນຳທີ່ສຳຄັນ ທີ່ຈະຊ່ວຍໃຫ້ຄະນະກວດສອບ ໄດ້ເຄື່ອນໄຫວກວດສອບໃຫ້ຖືກຕ້ອງຕາມມາດຕະຖານການກວດສອບແຫ່ງລັດວາງໄວ້ ເຊິ່ງລະບົບຄວບຄຸມພາຍໃນ ເປັນພາກສ່ວນທີ່ສຳຄັນຂອງແຕ່ລະຫົວໜ່ວຍບັນຊີ ຫຼືງົບປະມານທີ່ນັກກວດສອບຕ້ອງໄດ້ເອົາໃຈໃສ່ສຶກສາ ທຳຄວາມເຂົ້າໃຈ ແລະ ກຳໃຫ້ໄດ້ການເຄື່ອນໄຫວກວດສອບແຕ່ລະເປົ້າໝາຍ.

     ສ່ວນຄຳແນະນຳການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ກວດສອບເອກະສານລາຍງານການເງິນຂອງທະນາຄານ ວິສາຫະກິດລັດ ໂຄງການເງິນກູ້ຢືມ ຊ່ວຍເຫຼືອລ້າ ແລະ ອື່ນໆ ແມ່ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກກວດສອບປະຈຳປີ 2020 ທີ່ແຕ່ລະກົມວິຊາສະເພາະ ແລະ ອົງການກວດສອບປະຈຳພາກ ຮັບຜິດຊອບໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງ.

error: Content is protected !!