ບໍລິສັດ ປາກຊ່ອງ ພັດທະນາຂາອອກ-ຂາເຂົ້າ ຈຳກັດ ຮ່ວມກັບບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈຳກັດ ສຸມໃສ່ການຜະລິດສິນຄ້າກະສິກຳອິນຊີ ເພື່ອສະໜອງໃຫ້ຕະຫຼາດ ກໍຄືຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ໂດຍສະເພາະໄລຍະທີ່ຄະນະສະເພາະກິດ ໄດ້ມີມາດຕະການຕ່າງໆເພື່ອຄຸມເຂັ້ມ ສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຍັງສາມາດໄດ້ສະໜອງພືດ-ຜັກໃຫ້ຜູ້ບໍລິໂພກເປັນປົກກະຕິ ແລະ ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ທ່ານນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈຳກັດ ໃຫ້ສຳພາດວັນທີ 13 ພຶດສະພາ 2020 ວ່າ: ບໍລິສັດຂອງພວກເຮົາໄດ້ປູກພືດກະສິກຳອິນຊີເປັນສິນຄ້າ ຫຼາຍກວ່າ 20 ຊະນິດ ໂດຍນຳໃຊ້ແນວພັນຈາກຕ່າງປະເທດ ໃນນີ້ໄດ້ປູກຢູ່ເຂດປາກຊ່ອງພູພຽງບໍລະເວນ ແຂວງຈຳປາສັກ 20 ເຮັກຕາ ມີພືດກິນໝາກ ພືດກິນຫົວ ແລະ ພືດກິນໃບ ສ່ວນປູກຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເນື້ອທີ່ 2 ເຮັກຕາ ເນັ້ນປູກຜັກສະຫຼັດ ຫອມມິນ ຜັກບົ້ງ ໝາກເຂືອ ຕົ້ນຕາເວັນ ແລະ ອື່ນໆ ເຊິ່ງຜົນຜະລິດແມ່ນຈຳໜ່າຍເອງຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນທຸກວັນພຸດ ແລະ ວັນເສົາ.

ນັບແຕ່ປະເທດລາວມີຜູ້ຕິດເຊື້ອພະຍາດ COVID-19 ຄະນະສະເພາະກິດໄດ້ມີມາດຕະການເຂັ້ມງວດ ໂດຍສະເພາະປິດການສັນຈອນທຸກເສັ້ນທາງ ບໍ່ອະນຸຍາດໃຫ້ລົດເມລະຫວ່າງແຂວງແລ່ນ ບໍລິສັດກໍໄດ້ສຸມໃສ່ການປູກພືດ-ຜັກເພື່ອສະໜອງໃຫ້ທັນເວລາ ແລະ ມີພືດ-ຜັກພຽງພໍກັບຄວາມຕ້ອງການຂອງລູກຄ້າ ເນື່ອງຈາກວ່າໄລຍະນັ້ນ ທຸກຄົນໄດ້ເປັນເຈົ້າການຮ່ວມກັນຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ຢ່າງເຂັ້ມງວດ ເຮັດໃຫ້ມີເວລາແຕ່ງຢູ່ຄົວກິນຫຼາຍຂຶ້ນ ອັນໄດ້ເຮັດໃຫ້ໄດ້ຂາຍພືດ-ຜັກດີ ມີລາຍຮັບເພີ່ມຂຶ້ນ ນອກນີ້ ໃນໄລຍະທີ່ລົດເມປິດການສັນຈອນ ເຮັດໃຫ້ລາຄາການຂົນສົ່ງສິນຄ້າມາຂາຍເພີ່ມສູງຂຶ້ນຈາກ 10.000 ກີບຕໍ່ແກັດ ເປັນ 40.000 ກີບຕໍ່ແກັດ ແຕ່ສິນຄ້າສ່ວນໃຫຍ່ຍັງຂາຍລາຄາປົກກະຕິ ໄດ້ແຕ່ຕົ້ນທຶນກໍຍອມ ເພາະຖືວ່າໄດ້ຊ່ວຍປະຊາຊົນ ແລະ ພາກສ່ວນຕ່າງໆ ແຕ່ຜັກບາງຊະນິດທີ່ຜະລິດຍາກແມ່ນໄດ້ມີການປັບລາຄາຂຶ້ນເລັກນ້ອຍ ນອກນີ້ ສິນຄ້າກະສິກຳຂອງພວກເຮົາຍັງໄດ້ຈຳໜ່າຍຢູ່ສູນການຄ້າບາຊາບີ ແລະ ຮ້ານສະດວກຊື້ຈຳນວນໜຶ່ງ.

ທ່ານນາງ ຂັນທະລີ ແສງສຸລິເດດ ກ່າວຕື່ມອີກວ່າ: ບໍລິສັດພວກເຮົາໄດ້ລົງທຶນເປັນຈຳນວນຫຼາຍ ໃນການຜະລິດກະສິກຳເປັນສິນຄ້າ ໂດຍມີເຮືອນຮົ່ມ ເຮັດໃຫ້ການປູກມີຄວາມສະດວກສະບາຍທັງລະດູແລ້ງ ແລະ ລະດູຝົນ ມີສິນຄ້າພຽງພໍກັບຄວາມຕ້ອງການຂອງຕະຫຼາດ.
# ຂ່າວ & ພາບ : ຂັນທະວີ