ຫັດຖະກຳມາດສະຖານ ເປັນທີ່ຮູ້ຈັກຈາກງານວາງສະແດງທັງພາຍໃນ ແລະ ຕ່າງປະເທດ

    ການເຂົ້າຮ່ວມງານວາງສະແດງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເປັນໂອກາດດີອັນໜຶ່ງໃຫ້ແກ່ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດແລກປ່ຽນ ແລະ ຊື້ຂາຍສິນຄ້າຮ່ວມກັນ ໃນແຕ່ລະປີສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ຈັດງານວາງສະແດງຜະລິດຕະພັນລາວ (Made in Laos) ຂຶ້ນ ເພື່ອເປັນການເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການໃນຂອບເຂດທົ່ວປະເທດມາວາງສະແດງ ແລະ ຂາຍສິນຄ້າ ພ້ອມທັງເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ ສົ່ງເສີມໃຫ້ແກ່ຜູ້ປະກອບການ ໂດຍສະເພາະ ການນໍາໃຊ້ກາໝາຍ Made in Laos ແລະ ການສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວທີ່ມີມາດຕະຖານ ແລະ ຄຸນນະພາບໃຫ້ນັບມື້ນັບຫຼາຍຂື້ນ ສ້າງມູນຄ່າເພີ່ມຂອງສິນຄ້າ ສົ່ງເສີມການສ້າງວຽກເຮັດງານທຳ ໃນນັ້ນ ຫັດຖະກຳມາດສະຖານກໍໄດ້ເຂົ້າຮ່ວມງານດັ່ງກ່າວ. 

    ທ່ານນາງ ທອງສະຫວັນ ບຸນເລີດ ເຈົ້າຂອງຫັດຖະກຳມາດສະຖານ ໃຫ້ສຳພາດໃນໂອກາດເຂົ້າງານວາງສະແດງຜະລິດຕະພັນລາວວ່າ: ການທີ່ພັກ-ລັດ ກໍຄືຂະແໜງການກ່ຽຂ້ອງ ສົ່ງເສີມຜູ້ປະກອບການໃນຮູບນີ້ຂຶ້ນ ໄດ້ສ້າງກາລະ ແລະ ໂອກາດທີ່ດີໃນການແລກປ່ຽນຮຽນຮູ້ຜະລິດຕະພັນເຊິ່ງກັນ ແລະ ກັນ ໃນນັ້ນຫັດຖະກຳຂອງຂ້າພະເຈົ້າກໍໄດ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ ຈາກການເຂົ້າງານວາງສະແດງທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າຕື່ມອີກ. 

    ຫັດຖະກຳມາດສະຖານສ້າງສ້າງມາໄດ້ 20 ປີແລ້ວ ໃນເບື້ອງຕົ້ນ ສົ່ງເສີມແມ່ຍິງຜະລິດເຄື່ອງຫັດຖະກຳໂດຍສະເພາະແມ່ນຜ້າແພລາວຫຼັ ງຈາກນັ້ນໄດ້ສ້າງເປັນສູນເຝິກແຮງງານຂອງແມ່ຍິງຊົນເຜົ່າ ໂດຍສະເພາະແມ່ນຊົນເຜົ່າມົ້ງ ເນື່ອງຈາກສີມືໃນການຖັກແສ່ວຂອງເຂົາເຈົ້າມີຄວາມໂດດເດັ່ນແຕກຕ່າງຈາກເຜົ່າອື່ນໆ ຫຼັງຈາກນັ້ນ ໄດ້ສ້າງເປັນໂຮງງານຂຶ້ນ ໂດຍເອົາແມ່ຍິງຂອງຊົນເຜົ່າມົ້ງ ຜູ້ທີ່ມີສີມືໃນການຫຍິບປັກຖັກແສ່ວເຂົ້າມາຢູ່ ບັນດາຜະລິດຕະພັນສ່ວນໃຫຍ່ແມ່ນສົ່ງໄປຕ່າງປະເທດ ເຊັ່ນ ຜະລິດຕະພັນສິ້ນ ຜ້າເພື່ອນໍາໃຊ້ເຂົ້າໃນການຕົບແຕ່ງເຮືອນ ໂຮງແຮມຕ່າງໆ. 

    ປັດຈຸບັນ ໄດ້ສ້າງເປັນສູນສົ່ງເສີມຫັດຖະກຳຂອງເຜົ່າມົ້ງ ເຊັ່ນ ສູນສິນລະປະນາສາລາ ສູນສົ່ງເສີມຫັດຖະກຳຢູ່ແຂວງຊຽງຂວາງ ຫົວພັນ ນອກຈາກນັ້ນ ຍັງໄດ້ສົ່ງເສີມປະຊາຊົນປູກພືດຜັກກະສິກຳປອດສານຜິດສົ່ງຂາຍຕະຫຼາດພາຍໃນ ປຸງແຕ່ງສະໝຸນໄພສົ່ງໄປຂາຍໃນປະເທດຈີນ ປັດຈຸບັນ ເລີ່ມສ້າງເປັນສະມາຄົມສົ່ງເສີມຜະລິດຕະພັນລາວ ສຳນັກງຕັ້ງຢູ່ທາດຫຼວງພລາຊາ ມີຜະລິດຕະພັນລາວແຕ່ພາກເໜືອຮອດໃຕ້ ແລະ ເປັນເຂດທ່ອງທ່ຽວສີຂຽວອີກດ້ວຍ.

# ຂ່າວ-ພາບ : ອົ່ນ ໄຟສົມທອງ

error: Content is protected !!