ກຽມຈັດແຂ່ງຂັນກ໊ອຟ ຄັດເລືອກນັກກີລາຮ່ວມຊີເກມ-ເອຊຽນເກມ 2022

     ສະຫະພັນກີລາກ໊ອຟແຫ່ງຊາດລາວ ຈັດພິທີຖະແຫຼງຂ່າວການແຂ່ງຂັນລາວກ໊ອຟ ຄັບ ແຊັມປ້ຽນຊິບ 2022 ເພື່ອຄັດເລືອກນັກກີລາທີມຊາດ ຂຶ້ນໃນວັນທີ 26 ກຸມພາ 2022 ຢູ່ສະໜາມກ໊ອຟລາວຄັນທຣີຄັບ ໂດຍມີທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອຟແຫ່ງຊາດລາວ ພ້ອມດ້ວຍຮອງປະທານ ຄະນະບໍລິຫານງານສະຫະພັນກ໊ອຟແຫ່ງຊາດ ຄະນະຮັບຜິດຊອບຈັດການແຂ່ງຂັນ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ. 

      ທ່ານ ກອງສີ ແສງມະນີ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ຈະຈັດຂຶ້ນໃນວັນທີ 4-6 ມີນາ 2022 ຢູ່ສະໜາມກ໊ອຟລາວຄັນທຣີຄັບ (ຖະໜົນທ່າເດຶໍື່ອ ຫຼັກ 14) ກໍເພື່ອເປັນການຄັດເລືອກເອົານັກກີລາທີມຊາດ ຈໍານວນ 5 ຄົນ (ອາຍຸ 18-35 ປີ) ເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນເດືອນພຶດສະພາ 2022 ຫຼັງຈາກສາມາດຄັດເລືອກໄດ້ນັກກີລາຈໍານວນດັ່ງກ່າວ ທາງສະຫະພັນກ໊ອຟແຫ່ງຊາດ ຈະໄດ້ຈັດຕາຕະລາງການເຝິກຊ້ອມໃຫ້ນັກກີລາ ເປັນເວລາ 2 ເດືອນ ຢູ່ສະໜາມກ໊ອຟຕ່າງໆໃນຂອບເຂດທົ່ວປະເທດ ເປັນຕົ້ນ ສະໜາມກ໊ອຟເລັກວິບວຽງຈັນ ສະໜາມກ໊ອຟຊີເກມບູຢອງລາວ ສະໜາມກ໊ອຟລາວຄັນທຣີຄັບ ສະໜາມກ໊ອຟລ໋ອງວຽນ ສະໜາມກ໊ອຟຫຼວງພະບາງ ແລະ ສະໜາມກ໊ອຟປາກເຊ. 

     ນອກຈາກນີ້ ຍັງເປັນການຄັດເລືອກນັກກີລາທີ່ມີພອນສະຫວັນດີເດັ່ນ ເປັນຕົວແທນທີມຊາດລາວ (ຮຸ່ນທົ່ວໄປ) ເຂົ້າຮ່ວມງານມະຫະກໍາກີລາເອຊຽນເກມ 2022 ທີ່ ສປ ຈີນ ເປັນເຈົ້າພາບ ໃນເດືອນກໍລະກົດນີ້ ທັງເປັນການທົດສອບເຕັກນິກຂອງນັກກີລາ ລະບົບບໍລິຫານຈັດການແຂ່ງຂັນ ເພື່ອກຽມຄວາມພ້ອມດ້ານຕ່າງໆ ໃນການກະກຽມຈັດການແຂ່ງຂັນກີລາກ໊ອຟ ໃນງານກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາມ ເປັນເຈົ້າພາບ ທ້າຍປີ 2022.

.  

# ຂ່າວ & ພາບ: ສີພອນ

error: Content is protected !!