ກະຊວງກະສິກໍາ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI

    ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2016-2020) ກະຊວງກະສິກໍາ ແລະ ປ່າໄມ້ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ຈັດຂຶ້ນວັນທີ 28 ກຸມພາ 2022 ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາຄະນະພັກກະຊວງ ຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ຫົວໜ້າ ຮອງຫົວໜ້າກົມ ຫ້ອງການ ສະຖາບັນ ແລະ ທຽບເທົ່າ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານ ເພັດ ພົມພິພັກ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້ ໃນໄລຍະ 5 ປີຜ່ານມາ ເພື່ອເສີມຂະຫຍາຍຈຸດດີ ຍົກໃຫ້ເຫັນເຖິງຈຸດອ່ອນ-ຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂ ຊອກໃຫ້ເຫັນບັນດາສາເຫດ ບົດຮຽນທີ່ຖອດຖອນໄດ້ ແລະ ກຳນົດທິດທາງວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານໃນ 5 ປີຕໍ່ໜ້າ (2021-2025) ພ້ອມນັ້ນ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ກຳແໜ້ນ ເປັນຕົ້ນແມ່ນ: ມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 04/ຄລສພ ຄຳສັ່ງແນະນຳຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ສະບັບເລກທີ 219/ຄລສພ ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນໄລຍະ 5 ປີຜ່ານມາ (2016-2020)  ແລະ ທິດທາງໜ້າທີ່ວຽກງານກໍ່ສ້າງພັັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນ 5 ປີຕໍ່ໜ້າ ( 2021-2025) ຂອງຄະນະຈັດຕັ້ງສູນກາງພັກ ບົດລາຍງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃນທົ່ວພັກ ແລະ ທິດທາງໃນຕໍ່ໜ້າ ຂອງຄະນະຈັດຕັ້ງສູນກາງພັກ ບົດລາຍງານການຫັນປ່ຽນຢ່າງແຂງແຮງ ການປັບປຸງການຈັດຕັ້ງ ຕິດພັນກັບການກຳນົດຕຳແໜ່ງງານຂອງກະຊວງພາຍໃນ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພ້ອມນັ້ນ ຍັງມີມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງໜ້າທີ່ວຽກງານວຽກງານກໍ່ສ້າງພັັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນ 5 ປີຕໍ່ໜ້າ ( 2021-2025) ຂອງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຮ່າງບົດລາຍງານເພີ່ມເຕີມກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານຂອງກະຊວງກະສິກຳ ແລະ ປ່າໄມ້.

# ຂ່າວ-ພາບ : ຂັນທະວີ

error: Content is protected !!