ນໍາສະເໜີລົດບັນທຸກຮຸ່ນໃໝ່ Daehun TERACO 300

    ກຸ່ມບໍລິສັດ ໂຄລາວ ຈັດພິທີນໍາສະເໜີລົດບັນທຸກຮຸ່ນໃໝ່ Daehun TERACO 300 ຂຶ້ນວັນທີ 25 ກຸມພາ 2022 ຢູ່ຕະຫຼາດລາວ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ໜູໄຊ ແຫວນສະຫວັນ ຜູ້ບໍລິຫານບໍລິສັດ ໂອໂຕເວີລດ໌ ໂຄລາວ ດິວິລົບພິງ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍ ລິຫານກຸ່ມບໍລິສັດ ໂຄລາວ ແຂກຖືກເຊີນ ບັນດາລູກຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ໜູໄຊ ແຫວນສະຫວັນ ກ່າວວ່າ: Daehun TERACO 300 ແມ່ນລົດບັນທຸກຂະໜາດ 3 ໂຕນ ທີ່ບັນທຸກໄດ້ຫຼາຍກວ່າ ພ້ອມທັງມີຄວາມແຂງແຮງ ທົນທານ ແລະ ໝັ້ນໃຈໃນການບັນທຸກໄປຍັງທຸກແຫ່ງທົ່ວປະເທດ ກຸ່ມບໍລິສັດ ໂຄລາວ ມີຄວາມໝັ້ນໃຈຕໍ່ລົດບັນທຸກ ແລະ ເຊື່ອໝັ້ນວ່າຄວາມເປັນຜູ້ນໍາຕະຫຼາດໃນປະເພດລົດບັນທຸກຂອງພວກເຮົາ ຈະສາມາດສ້າງປາກົດການໃໝ່ ແລະ ການຮັບຮູ້ລົດຮຸ່ນໃໝ່ຂອງພວກເຮົາໄດ້ຢ່າງກວ້າງຂວາງ Daehun TERACO 300 ມີຮູບໂສມໃໝ່ທີ່ມີເອກະລັກ ແລະ ມີສະມັດຕະພາບສູງ ໃຫ້ຄວາມສະດວກສະບາຍ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວ ໃນການບັນທຸກເຄື່ອງຂອງທຳມາຄ້າຂາຍໄດ້ຢ່າງສະບາຍ ຈຶ່ງໝັ້ນໃຈວ່າ ດ້ວຍຄວາມໄວ້ວາງໃຈດ້ວຍດີຕະຫຼອດມາຂອງລົດບັນທຸກ ທຸກປະເພດຂອງກຸ່ມບໍລິສັດ ໂຄລາວ TERACO 300 ຈະເປັນລົດຄູ່ໃຈໃນທຸກການຂັບຂີ່ ແລະ ການບັນທຸກທີ່ເໝືອກວ່າສຳລັບທຸກທ່ານ ລົດບັນທຸກໃໝ່ຄັນຕໍ່ໄປຂອງທ່ານຕ້ອງ TERACO 300 ເທົ່ານັ້ນ.

     TERACO 300 ໄດ້ອອກແບບດ້ານນອກໃຫ້ສັງເກດເຫັນເຖິງຄວາມແຂງແຮງ ແລະ ຂະໜາດທີ່ໃຫຍ່ຂຶ້ນ ທຽບກັບລົດບັນທຸກທີ່ມີຂະໜາດໃກ້ຄຽງກັນ ມີກະບະຂະໜາດໃຫຍ່ ແລະ ຍາວຂຶ້ນ ພ້ອມລະບົບຊ່ວງລ່າງທີ່ແຂງແກ່ນ ແລະ ທົນທານເປັນພິເສດ ໃນການຮັບນໍ້າໜັກຢ່າງມີປະສິດທິຜົນ ເຊິ່ງເໝາະກັບການໃຊ້ງານທີ່ຫຼວງຫຼາຍ ຫຼື ສາມາດບັນທຸກໄດ້ຫຼາຍກວ່າ 2,5 ໂຕນ ນອກນີ້ ຍັງອອກແບບໄດ້ຢ່າງສວຍງາມ ມີຮູບຊົງທັນສະໄໝ ຕາໄຟດ້ານໜ້າທີ່ໂດດເດັ່ນ ຂອບລໍ້ຂະໜາດ 6.5R16 ເຄື່ອງຈັກກາຊວນ ຮຸ່ນ D4BH (TCI) ຄວາມແຮງ 2,476cc ແຮງບິດ 22.4/1700 ຄວາມແຮງສູງສຸດ 100/300 ເຊິ່ງມີປະສິດທິຜົນໃນການປະຢັດນໍ້າມັນ ແຕ່ໃຫ້ຄວາມແຮງໄດ້ຢ່າງມີປະສິດທິຜົນ ສ່ວນດ້ານໃນໄດ້ອອກແບບຫ້ອງຂັບໃຫ້ຄວາມກວ້າງຂວາງເປັນພິເສດ ສວຍງາມ ແລະ ລົງໂຕກັບທຸກຟັງຊັ່ນຂອງການໃຊ້ງານ  ໜ້າຈໍຂະໜາດ 7 ນິ້ວ ພ້ອມກ້ອງຖອຍ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ ເບາະຜ້າສວຍງາມ ແລະ ສາມາດປັບລະດັບໄດ້ ເຊິ່ງມາພ້ອມອອບຊັນທີ່ຈັດເຕັມ ແຕ່ລາຄາພຽງ 20.900 ໂດລາສະຫະລັດ ໂດຍລູກຄ້າທີ່ສົນໃຈ ສາມາດສອບຖາມໄດ້ທີ່ຫ້ອງຂາຍໂຄລາວ ແລະ ໂຄລາວແຄ໌ ທົ່ວປະເທດ ເຟດບຸກ ໂຄລາວແຄ໌ ຫຼື ຕິດຕໍ່ຄໍເຊັນເຕີ 1888.

$ ຂ່າວ – ພາບ : ສະບາໄພ

error: Content is protected !!