ຫົງສາ​ສຳເລັດການສອບເສັງຄັດເລືອກນັກຮຽນເກ່ງຂັ້ນເມືອງ

    ວັນທີ 23 ກຸມພາ 2022 ຫ້ອງການສຶກສາທິການ ແລະ ກີລາເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດການສອບເສັງນັກຮຽນເກ່ງຂັ້ນເມືອງ ປະຈໍາສົກຮຽນ 2021–2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນໍາວຽກຂົງເຂດວັດທະນະທໍາສັງຄົມມີທ່ານ ທອງສຸກ ປ້ອງຄໍາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ແຂກຖືກເຊີນ ພະນັກງານຄູ-ອາຈານ​ ແລະ​ ນັກສອບເສັງເຂົ້າຮ່ວມ.

    ທ່ານ ທອງສຸກ ປ້ອງຄໍາ ໄດ້ລາຍງານ ເຖິງແຜນພັດທະນາການສຶກສາ ສົກຮຽນ 2021-2022 ຂອງກະຊວງສຶກສາທິການ ແລະ ກີລາ ກໍຄືພະແນກສຶກສາທິການ ແລະ ກີລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກີລາເມືອງວາງອອກ ປະຕິບັດຕາມຄໍາສັ່ງແນະນໍາຂອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ສາຍສາມັນສຶກສາການສອບເສັງນັກຮຽນເກ່ງ ປະຈໍາສົກຮຽນ 2020–2021 ເພື່ອສົ່ງເສີມຂະບວນການແຂ່ງຂັນສອນດີ-ຮຽນເກ່ງ ປັບປຸງຄຸນນະພາບການສຶກສາຂອງເມືອງ ຫຍັບເຂົ້າໃກ້ມາດຕະຖານລະດັບແຂວງ ແລະ ລະດັບຊາດເທື່ອລະກ້າວເພື່ອເປັນການຍ້ອງຍໍ ແລະ ເປີດໂອກາດໃຫ້ນັກຮຽນເກ່ງຢູ່ໂຮງຮຽນຕ່າງໆ ເພື່ອຄັດເລືອກເອົານັກຮຽນເກັ່ງທີ່ໄດ້ອັນດັັັັັັັັັັັັັັັັັັບທີ 1 ຂອງແຕ່ລະຊັ້ນຮຽນ ແຕ່ລະວິຊາ ເຂົ້າຮ່ວມການສອບເສັງນັກຮຽນເກ່ງຢູ່ຂັ້ນແຂວງ.

    ການສອບເສັງແຂ່ງຂັນນັກຮຽນເກ່ງຄັ້ງນີ້ ມີນັກຮຽນທັງ 62 ຄົນ ຍິງ 41 ຄົນ​ ແລະ ພະສົງ 1 ອົງ ຜ່ານການສອບເສັງ ຊັ້ນປະຖົມສຶກສາ (ປ5) ວິຊາພາສາລາວ ອັນດັບທີ1 ແມ່ນ ນາງ ພັດທະການ ແພງຄໍາດີ ຈາກໂຮງຮຽນ ປະຖົມສົມບູນ ທ່າຊວ່ງ ວິຊາຄະນິດສາດ ອັນດັບ1 ທ້າວ ສຸກສາຄອນ ພວງແກ້ວ ຈາກໂຮງຮຽນ ປະຖົມສົມບູນ ຫົງສາ ວິຊາໂລກອ້ອມຕົວ ອັນດັບ1 ທ້າວ ໂຟວີນ ແສງຄໍາໃບ ຈາກໂຮງຮຽນ ປະຖົມສົມບູນ ແທ່ນຄໍາ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ວິຊາ: ພາສາລາວ-ວັນນະຄະດີ ອັນດັບ1 ນາງ ພິມໃຈ ສີທະປັນຍາ ຈາກໂຮງຮຽນ ມສ ຫົງສາ ວິຊາຄະນິດສາດອັນດັບ1 ທ້າວ ຈິດຕະກອນ ບຸດດາວົງ ຈາກໂຮງຮຽນ ມສ ຫົງສາ ເຄມີສາດ ອັນດັບ1 ນາງ ຫົງທິດາ ພັນລັກທໍາ​ ຈາກໂຮງຮຽນ ມສ ຫົງສາ ຟີຊິກສາດ ອັນດັບ1 ທ້າວ ແບ່ງ ແສງມະນີ ຈາກໂຮງຮຽນ ມສ ບ້ານຫານ ຊັ້ນມັດທະຍົມຕອນປາຍ ( ມ7 ) ວິຊາພາສາລາວ-ວັນນະຄະດີ ອັນດັບ1  ທ້າວ ພອນປະເສີດ ບັນຈົງພັກດີ ຈາກໂຮງຮຽນ ມສ ນາປຸ່ງ  ຄະນິດສາດອັນດັບ1 ທ້າວ ມໍ ເລົ່າ ຈາກໂຮງຮຽນ ມສ ຄົກແອກ ເຄມີສາດອັນດັບ 1 ທ້າວ ນິກໂກ ພົມມະສາລີ ຈາກໂຮງຮຽນ ມສ ຫົງສາ ຟີຊິກສາດ ອັນດັບ1 ນາງ ພົມມະລັດ ສີສົມສັກ ຈາກໂຮງຮຽນ ມສ ບ້ານຫານ.

    ໃນໂອກາດ​ນີ້​ ທ່ານ ຄົມເພັດ ແກ້ວພິລາ ຕາງໜ້າບໍລິສັດໄຟຟ້າຫົງສາ ໄດ້​ມອບທຶນສົມທົບຈຳນວນ 5 ລ້ານກີບ ເຂົ້າໃນການສອບເສັງນັກຮຽນເກ່ງຂັ້ນເມືອງ​ໃນຄັ້ງນີ້​ ໃຫ້ກຽດມອບລາງວັນໂດຍ​ແມ່ນ​ທ່ານ​ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງ ພ້ອມນັ້ນທ່ານຍັງໃຫ້ກຽດໂອ້ລົມຕໍ່ພິທີຄັ້ງນີ້ຕື່ມອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!