ແຂວງຈຳປາສັກ ແລະ ລັດວິສາຫະກິດໄຟຟ້າລາວ ຮ່ວມມືໃນການປັບປຸງວຽກງານໄຟຟ້າສາທາລະນະ

    ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການປັບປຸງທາງດ້ານການສະໜອງກະແສໄຟຟ້າ ການຊຳລະສະສາງ ການຕິດຕັ້ງດໍາເນີນງານສ້ອມແປງ ປ່ຽນຖ່າຍ ແລະ ບຳລຸງຮັກສາລະບົບຊົມໃຊ້ໄຟຟ້າສາທາລະນະທີ່ຂື້ນກັບແຂວງຈຳປາສັກ ໃນວັນທີ 24 ກຸມພາ 2022 ທີ່ຫ້ອງວ່າການແຂວງຈຳປາສັກ ໄດ້ມີພິທີລົງນາມບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາສຳຫຼວດຄວາມເປັນໄປໄດ້ໃນການປັບປຸງວຽກງານໄຟຟ້າສາທາລະນະ ລະຫວ່າງອົງການປົກຄອງແຂວງຈຳປາສັກ ແລະ ລັດວິສາຫະກິດໄຟຟ້າລາວ ຕາງໜ້າເຊັນບົດບັນທຶກໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ມີຄະນະນຳແຂວງ ພະແນກການທີ່ກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ທັງສອງຝ່າຍມີເຈດຈຳນົງ ແລະ ຈຸດປະສົງເພື່ອເພີ່ມທະວີ ແລະ ສົ່ງເສີມການຮ່ວມມືທັງສອງຝ່າຍ ກ່ຽວກັບວຽກງານການສະໜອງ ແລະ ການບໍລິການໄຟຟ້າສາທາລະນະ ແນໃສ່ເຮັດໃຫ້ລະບົບຊົມໃຊ້ໄຟຟ້າສາທາລະນະໃນທົ່ວແຂວງຈຳປາສັກໄດ້ຮັບການປັບປຸງ ແລະ ພັດທະນາຕາມນະໂຍບາຍຂອງພັກ ໃຫ້ມີຄວາມຮັບປະກັນທາງດ້ານມາດຕະຖານເຕັກນິກປອດໄຟ ສະຖຽນລະພາບ ຊົມໃຊ້ພຽງພໍ ປະຢັດ ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສວຍງາມ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນຂອບເຂດການຮ່ວມມືພາຍໃຕ້ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ກວມເອົາການຮ່ວມມືສຳຫຼວດຄວາມເປັນໄປໄດ້ໃນການປັບປຸງທາງດ້ານການສະໜອງກະແສໄຟຟ້າ ການຊຳລະສະສາງ ການຕິດຕັ້ງດໍາເນີນງານສ້ອມແປງ ປ່ຽນຖ່າຍ ແລະ ບຳລຸງຮັກສາລະບົບຊົມໃຊ້ໄຟຟ້າ ສາທາລະນະທີ່ຂື້ນກັບແຂວງຈຳປາສັກ ໂດຍສະເພາະເທສະບານນະຄອນປາກເຊ ເຊັ່ນ: ການຍົກລະດັບປະສິດທິພາບການຈຳໜ່າຍ ການຊົມໃຊ້ ຄວາມປອດໄພ ແລະ ການປະຢັດພະລັງງານ ໃນສຳນັກງານອົງການລັດ ແລະ ສະຖານທີ່ສາທາລະນະ ຕິດຕັ້ງ ແລະ ປັບປຸງລະບົບໄຟເຍືອງທາງ ເຍືອງຂົວສະໜາມຫຼວງ ສວນສາທາລະນະອື່ນໆ ລະບົບໄຟສັນຍານຈະລາຈອນ ລະບົບໄຟຊົນລະປະທານ ແລະ ນ້ຳເສຍ ການຕິດຕັ້ງລະບົບໄຟຟ້າໃນລະບົບສູບນ້ຳ ການກໍ່ສ້າງ ຕິດຕັ້ງ ແລະ ສ້ອມແປງລະບົບສາຍຈຳໜ່າຍແຮງກາງ 22 KV ແລະ ແຮງຕ່ຳ 0,4 KV ການຈັດສັນການຕັດ ແລະ ການສ້ອມແຊມຕົ້ນໄມ້ຕາມແລວສາຍຕາຂ່າຍຈຳໜ່າຍໃນເຂດນະຄອນປາກເຊ ແລະ ການຈັດສັນ ການຍ້າຍ ແລະ ການເອົາສາຍລົງດິນຕາມຈຸດຕ່າງໆໃນຕົວເມືອງຕາມຄວາມຈຳເປັນ ລວມເຖິງສາຍໂທລະຄົມມະນາຄົມ.

..# ຂ່າວ & ພາບ :  ເພັດສະໝອນ

error: Content is protected !!