ສ້າງຄວາມເຂົ້າໃຈກ່ຽວກັບລະບຽບການຄຸ້ມຄອງປ່າໄມ້

    ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ຄໍາສັ່ງ ແລະ ແຈ້ງການຕ່າງໆກ່ຽວກັບລະບຽບການຄຸ້ມຄອງປ່າໄມ້ ຈັດຂຶ້ນວັນທີ 25 ກຸມພາ 2022 ຢູ່ຫ້ອງການປົກຄອງບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ທ່ານ ສົມເຫຍີວ ທຳມະໂຄດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສີໂຄດຕະບອງ ມີຫົວໜ້າຂະແໜງປ່າໄມ້ ກອງກວດກາປ່າໄມ້ ນະຄອນຫຼວງ ອຳນາດການປົກຄອງບ້ານອ່າງໃຫຍ່ ແລະ ປະຊາຊົນກຸ່ມບ້ານເປົ້າໝາຍເຂົ້າຮ່ວມ.

    ກອງປະຊຸມ ຜູ້ເຂົ້າໃນກຸ່ມບ້ານເປົ້າໝາຍຂອງເມືອງສີໂຄດຕະບອງເຊັ່ນ: ບ້ານໃໝ່ ອ່າງໃຫຍ່ ໂນນຂີ້ເຫຼັກ  ໜອງດາ ໂພນສົມບູນ ຈຳປາ ແລະ ບ້ານວຽງຄໍາ  ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບເນື້ອໃນດັ່ງກ່າວ ເປັນຕົ້ນ ຄໍາສັ່ງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0191/ກປ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນໄຟໃໝ່ລາມປ່າ ແລະ ການຖາງປ່າເຮັດໄຮ່ ການບຸກເບີກເນື້ອທີ່ປ່າໄມ້ເພື່ອທຳການຜະລິດ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງ ເລກທີ 013/ຈນວ ວ່າດ້ວຍການປົກປັກຮັກສາປ່າສະຫງວນພູພະນັງ ແລະ ພູເຂົາຄວາຍໃນຂອບເຂດນະຄອນຫຼວງວຽງຈັນ  ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ ລວມທັງບັນດາຂໍ້ຫ້າມ ແລະ ມາດຕະການໃນການຈັດຕັ້ງປະຕິບັດ ແລະ ລະບຽບການຄຸ້ມຄອງປ່າສະຫງວນແຫ່ງຊາດ ແນໃສ່ເພື່ອໃຫ້ທຸກພາກສ່ວນມີສ່ວມຮ່ວມ ແລະ ເພີ່ມທະວີເຂົ້າໃນການປະຕິບັດວຽກງານດັ່ງກ່າວຢ່າງເຂັ້ມງວດ.

   ສະເພາະກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ທີ່ເປັນໜຶ່ງໃນບັນດາເນື້ອໃນນໍາມາເຜີຍແຜ່ເພື່ອໃຫ້ທຸກພາກສ່ວນນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ໄດ້ກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບວຽກງານສັດນໍ້າ ແລະ ສັດປ່າທຳມະຊາດ ເພື່ອສົ່ງເສີ່ມການລ້ຽງ ການຂະຫຍາຍພັນ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າຢ່າງຍາວນານ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳມະຊາດ ຖິ່ນທີ່ຢູ່ອາໄສ ຈຳກັດການຫຼຸດລົງ  ແລະ ການສູນພັນຂອງສັດນໍ້າ ແລະ ສັດປ່າ ເພື່ອປຸກລະດົມທົ່ວປວງຊົນໃຫ້ເຫັນໄດ້ຄວາມສຳຄັນ ເຊີດຊູ ສະຕິຮັກ ຫວງແຫນ ຖະໜອມ ແລະ ເປັນເຈົ້າການຮ່ວມກັນໃນການຄຸ້ມຄອງ ກວດກາ ອະນຸຮັກ  ປົກປັກຮັກສາ ພັດທະນາ ແລະ ນໍ້າໃຊ້ສັດນໍ້າ ແລະ ສັດປ່າໃຫ້ຍືນຍົງ.

   ນອກນີ້ ກອງປະຊຸມຍັງໄດ້ຮັງຟັງການປະກອບຄໍາຄິດເຫັນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄລຍະຜ່ານມາ ແລະ ໄດ້ໃຫ້ການເຝີກອົບຮົມຄວາມຮູ້ອາສາສະໝັກຂັ້ນບ້ານ ກ່ຽວກັບເຕີກນິກການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ເພື່ອແນໃສ່ໃຫ້ທຸກພາກສ່ວນຂອງສັງຄົມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ.

..# ຂ່າວ & ພາບ :  ລັດເວລາ

error: Content is protected !!