ເພີ່ມທະວີການກໍ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດ ເພື່ອການສ້າງຊົນນະບົດໃຫ້ຈະເລີນ

    ສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນ ໄດ້ເຜີຍແຜ່ເອກະສານ “ຄວາມເຫັນວ່າດ້ວຍ ການຊຸກຍູ້ວຽກງານຈຸດສຸມກ່ຽວກັບການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ປະຈຳປີ 2022” ເມື່ອບໍ່ດົນມານີ້ ໂດຍຊີ້ໃຫ້ເຫັນວ່າ ຕ້ອງເພີ່ມທະວີການກໍ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດ ເພື່ອການສ້າງຊົນນະບົດໃຫ້ຈະເລີນ ປາກົດເຫັນ ແລະ ບໍາລຸງສ້າງ ພ້ອມທັງນຳໃຊ້ນັກວິທະຍາສາດດ້ານຍຸດທະສາດ ໃນຂົງເຂດກະສິກຳ.

    ການກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດຢູ່ຊົນນະບົດ ແມ່ນເງື່ອນໄຂເບື້ອງຕົ້ນທີ່ສຳຄັນແຫ່ງການສ້າງ ຊົນນະບົດໃຫ້ຈະເລີນ ຕ້ອງບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ດີເລີດ ດ້ວຍເວທີທີ່ດີກວ່າເກົ່າ ນຳໃຊ້ ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີ ດ້ວຍກົນໄກທີ່ຄ່ອງແຄ້ວກວ່າເກົ່າ ເຮັດໃຫ້ຜູ້ມີຄວາມຮູ້ຄວາມສາມາດເສີມຂະຫຍາຍຄວາມສາມາດເຂົ້າໃນການສ້າງຊົນນະບົດໃຫ້ຈະເລີນ ຈຶ່ງສາມາດປະກອບສ່ວນສະຕິປັນຍາ ແລະ ພະລັງແຮງເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ເລັ່ງລັດຊຸກຍູ້ການສ້າງກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃຫ້ຫຼາຍທີ່ສຸດ ແລະ ຄວາມສາມັກຄີທີ່ເຂັ້ມແຂງ.

    ໃນນີ້ ການຊຸກຍູ້ການສ້າງຜູ້ມີຄວາມຮູ້ຄວາມສາມາດ ຕ້ອງເປີດກວ້າງຊ່ອງທາງ ນຳເຂົ້າຜູ້ມີຄວາມຮູ້ ຄວາມສາມາດ ເພີ່ມການໂຄສະນາຜົນການກໍ່ສ້າງຊົນນະບົດແບບໃໝ່ ປ່ຽນແປງ “ພາບພົດດັ່ງເດີມ” ຂອງຄົນທັງຫຼາຍທີ່ມີຕໍ່ຊົນນະບົດ.

    ປະດິດສ້າງແບບວິທີນຳເຂົ້າຜູ້ມີຄວາມຮູ້ຄວາມສາມາດ ດຶງດູດຜູ້ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າ ເຂົ້າໃນດ້ານກະສິກຳທີ່ທັນສະໄໝ ຄັດເລືອກ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ ທີ່ສາມາດປັບຕົວເຂົ້າກັບຄວາມຕ້ອງການໃນຂົງເຂດທີ່ເປັນຂໍກະແຈຂອດສຳຄັນ ແລະ ຕຳແໜ່ງສຳຄັນ ພ້ອມທັງມີຄຸນສົມບັດ ແລະ ຄວາມສາມາດເທົ່າທີ່ຄວນ ສາມາດເສີມຂະຫຍາຍບົດບາດເຮັດວຽກສ້າງຜົນງານເພື່ອພາລະກິດສ້າງຊົນນະບົດໃຫ້ຈະເລີນ.

    ສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ດີເລີດດ້ວຍເວທີທີ່ດີກວ່າເກົ່າ ປິ່ນອ້ອມຄວາມຕ້ອງການແຫ່ງການ ພັດທະນາອຸດສາຫະກຳທ່າແຮງທີ່ມີເອກະລັກພິເສດ ດຳເນີນການແບ່ງປະເພດໃນການຄຸ້ມຄອງ ແລະ ການກຳນົດເປົ້າໝາຍເພື່ອບຳລຸງສ້າງຕໍ່ຜູ້ທີ່ມີຄວາມຮູ້ຄວາມສາມາດ ຜ່ານການບໍລິການແບບອາສາສະໝັກ ການສຶກສາອົບຮົມ ແລະ ວິທີອື່ນໆ ຄັດເລືອກຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນຈາກຂົງເຂດກະສິກຳ ການສຶກສາ ສາທາລະນະສຸກ ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ເພື່ອປະກອບເປັນ “ທີມງານບໍລິການຂອງຜູ້ມີຄວາມຮູ້ຄວາມສາມາດ” ເພື່ອລົງເຮັດວຽກຢູ່ຊົນນະບົດ.

   ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີດ້ວຍກົນໄກທີ່ຄ່ອງແຄ້ວກວ່າເກົ່າ ຕ້ອງປັບປຸງກົນໄກປາກົດເຫັນ ຜູ້ມີຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ ອີງຕາມຄວາມສາມາດພິເສດດ້ານວິຊາສະເພາະ ຄວາມມັກຮັກ ແລະ ອື່ນໆຂອງຜູ້ມີຄວາມຮູ້ຄວາມສາມາດທີ່ຕ່າງກັນ ເພື່ອສ້າງເວທີປະເພດຕ່າງໆໃຫ້ເຂົາເຈົ້າເຮັດວຽກຢູ່ ຂັ້ນຮາກຖານ ເຮັດໃຫ້ການພັດທະນາຂອງຂັ້ນຮາກຖານໄດ້ຮັບເອົາຜູ້ມີຄວາມຮູ້ຄວາມສາມາດທີ່ຕ້ອງການ ທີ່ສຸດ ແລະ ຜູ້ມີຄວາມຮູ້ຄວາມສາມາດຊອກພົບເຫັນເວທີທີ່ເໝາະສົມທີ່ສຸດ.

# ຂ່າວ – ພາບ : ສະບາໄພ

error: Content is protected !!