ກ່ອນໄຂງານກີລາໂອແລມປິກລະດູໜາວ ຄັ້ງທີ 24 ຢູ່ປັກກິ່ງ ສປ ຈີນ ປີ 2022 ຂ່າວກ່ຽວກັບກະເປົາເປ້ ໄດ້ເຜີຍແຜ່ຢູ່ໜ້າອິນເຕີເນັດຢ່າງກວ້າງຂວາງ ນັກຂ່າວຫຼາຍຄົນທີ່ເຄີຍມາລາຍງານຂ່າວກ່ຽວກັບງານກີລາໂອແລມປິກ ປັກກິ່ງ ປີ 2008 ໄດ້ເປ້ກະເປົາທີ່ໃຊ້ແຕ່ປີດັ່ງກ່າວ ເດີນທາງມານະຄອນຫຼວງປັກກິ່ງອີກຄັ້ງໜຶ່ງ ແລະ ໄດ້ຕີລາຄາວ່າ: “ຄຸນນະພາບກະເປົາຈີນດີຫຼາຍ” “ທົນທານ ໃຊ້ໄດ້ດີ” ກະເປົາເປ້ທີ່ຈີນຜະລິດໃຊ້ໄດ້ຍາວນານຮອດ 14 ປີ ເຮັດໃຫ້ນັກຂ່າວຕ່າງປະເທດຫຼາຍຄົນຍ້ອງຍໍກະເປົາເປ້ຂອງງານກີລາໂອແລມປິກ ປີ 2008.

ກະເປົາເປ້ ປີ 2008 ສ່ອງແສງໃຫ້ເຫັນການຜະລິດຂອງຈີນທີ່ເຂັ້ມແຂງ ສຳລັບງານກີລາໂອແລມປິກລະດູໜາວ ປັກກິ່ງ ປີ 2022 ໄດ້ມີການປ່ຽນແປງທີ່ພົ້ນເດັ່ນຢ່າງໜຶ່ງຄື ຍີ່ຫໍ້ຈີນໄດ້ພັດທະນາກ້າວຂຶ້ນອີກ ເຊິ່ງຖືວ່າໄດ້ບັນລຸການພັດທະນາແບບກ້າວກະໂດດ ຍີ່ຫໍ້ ANTA ເປັນໜຶ່ງໃນຄູ່ຮ່ວມມືລະຫວ່າງທາງການຂອງງານກີລາໂອແລມປິກລະດູໜາວ ປັກກິ່ງ ແລະ ງານກີລາໂອແລມປິກຄົນພິການລະດູໜາວ ປັກກິ່ງ “ຊຸດແຊັມປຽນທີ່ມີຮູບມັງກອນ” ຂອງ ANTA ບໍ່ພຽງແຕ່ໄດ້ອອກແບບທີ່ປະກອບດ້ວຍຫຼາຍປັດໄຈແບບຈີນ ແຕ່ຍັງໄດ້ໃຊ້ “ເຕັກນິກສ້າງຄວາມອົບອຸ່ນ” ທີ່ຈີນຄົ້ນຄວ້າຜະລິດເອງ ເຊິ່ງເຮັດໃຫ້ຊຸດກີລາເບົາ ບາງ ສາມາດຮັກສາຄວາມອຸ່ນໄດ້ເປັນຢ່າງດີ ພາຍໃຕ້ສະພາບການທີ່ມີອຸນຫະພູມ ລົບ 20 ອົງສາ.
ງານກີລາໂອລິມປິກລະດູໜາວ ປັກກິ່ງ ປີນີ້ ລາຍການແຂ່ງຂັນສະເກເລຕອນ ກໍສາມາດຍາດໄດ້ຫຼຽນລາງວັນເປັນຄັ້ງທຳອິດ ຢູ່ເບື້ອງຫຼັງຫຼຽນດັ່ງກ່າວ ກໍມີການປະກອບສ່ວນຂອງບໍລິສັດ ANTA ເຊັ່ນກັນ ຍ້ອນວ່າເກີບທີ່ໃຊ້ແຂ່ງຂັນຂອງທີມສະເກເລຕອນຂອງຈີນ ແມ່ນບໍລິສັດ ANTA ເປັນຜູ້ຜະລິດ ໂດຍໃຊ້ເວລາອອກແບບ ແລະ ຜະລິດ 4 ເດືອນ ໄດ້ມີສິດທິບັດ 12 ລາຍການ ແລະ ໄດ້ໃຊ້ວິທະຍາສາດເຕັກນິກປະດິດສ້າງໃໝ່ 3 ລາຍການ ຈິ່ງໄດ້ເຮັດເກີບສະເພາະກີລາປະເພດນີ້ອອກມາດີ ນອກນີ້ຍັງມີບໍລິສັດ PEAK ທີ່ໄດ້ຜະລິດເຄື່ອງກີລາສຳລັບງານກີລາໂອແລມປິກລະດູໜາວ ປີ 2022 ນັບແຕ່ງານກີລາໂອ ແລມປິກ ປັກກິ່ງ ປີ 2008 ເປັນຕົ້ນມາ ບໍລິສັດ PEAK ເລີ່ມໄດ້ຮັບສິດເປັນຜູ້ຜະລິດເຄື່ອງກີລາໃຫ້ຄະນະນັກກີລາ 20 ກວ່າຄະນະ ທີ່ເຂົ້າຮ່ວມງານກີລາຂະໜາດໃຫຍ່ ທັງລະດູຮ້ອນ ແລະ ລະດູໜາວ ໃນນີ້ປີ 2016 ໄດ້ຮັບສິດເປັນຜູ້ຜະລິດເຄື່ອງກີລາໃຫ້ຄະນະນັກກີລາ 12 ຄະນະ ພ້ອມທັງມີຜະລິດຕະພັນຈຳໜ່າຍຢູ່ 100 ກວ່າປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ ສໍາລັບໂອແລມປິກລະດູໜາວ ປັກກິ່ງ ປີ 2022 ບໍລິສັດ PEAK ໄດ້ຮັບສິດເປັນຜູ້ຜະລິດເຄື່ອງກີລາໃຫ້ຄະນະນັກກີລາ 7 ຄະນະ ທີ່ເຂົ້າຮ່ວມງານດັ່ງກ່າວ ເຊັ່ນ: ເຄື່ອງກີລາຂອງນັກກີລາປະເທດ ບຣາຊິນ ອູແກຣນ ແລະ ອື່ນໆ.

ລາຍການແຂ່ງຂັນກີລາລະດູໜາວ ທີ່ມີຄວາມຕ້ອງການສູງກວ່າຕໍ່ອຸປະກອນກີລາແບບມືອາຊີບຍິ່ງ ຫຼາຍນັ້ນ ແຕ່ກ່ອນນັກກີລາສ່ວນຫຼາຍຈະເລືອກໃຊ້ອຸປະກອນຍີ່ຫໍ້ຂອງປະເທດຕາເວັນຕົກ ແຕ່ເທື່ອນີ້ ເຂົາເຈົ້າໄດ້ເລືອກໃຊ້ອຸປະກອນຍີ່ຫໍ້ PEAK ຈິ່ງບໍ່ສົງໄສເລີຍວ່າ ເປັນຫຍັງຫຼາຍຊາດຈິ່ງຍອມຮັບຄຸນນະພາບຂອງຍີ່ຫໍ້ຈີນ ເຊິ່ງນາງ ມາເຣຍ ລົວນາ ຄອນສະຕັນຕິນ ນັກກີລາປະເທດລູມານີ ກ່າວວ່າ: ໄດ້ເຫັນບັນຍາກາດ ວັດທະນະທຳຈີນທີ່ເຂັ້ມຂຸ້ນ ແລະ ໄດ້ເຫັນຍີ່ຫໍ້ຈີນເລື້ອຍໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຕົນເອງ ແລະ ກຳລັງຕົວຈິງຂອງຈີນ ທີ່ເປັນປະເທດໃຫຍ່ຂອງໂລກ.

ງານກີລາໂອແລມປິກ ປັກກິ່ງ ປີ 2008 ແມ່ນປີທີ່ຍີ່ຫໍ້ເຄື່ອງກີລາຈີນບັນລຸເປົ້າໝາຍການພັດທະນາແບບກ້າວກະໂດດ ໃນປີນັ້ນທົ່ວອຸດສາຫະກຳການກີລາໄດ້ບັນລຸການເຕີບໂຕ 20%-30% ຫຼັງຈາກນັ້ນ 14 ປີ ໃນງານກີລາໂອແລມປິກລະດູໜາວ ປັກກິ່ງ ຄົນທັງຫຼາຍຈາກທົ່ວໂລກກໍຍອມຮັບ ແລະ ນິຍົມຍີ່ຫໍ້ຈີນເພີ່ມຂຶ້ນ ຈາກປີ 2008-2022 ພວກເຮົາໄດ້ເຫັນ ແລະ ເຂົ້າໃຈການພັດທະນາແບບກ້າວກະໂດດຂອງຈີນ ໃນການຜະລິດເຄື່ອງກີລາ ຄື: ຈາກການພັດທະນາ ແລະ ການຮັບປະກັນດ້ານຄຸນນະພາບສູ່ການສ້າງຍີ່ຫໍ້ທີ່ມີຊື່ສຽງລະດັບໂລກ ຢູ່ເບື້ອງຫຼັງຂະບວນການດັ່ງກ່າວ ແມ່ນກຳລັງສັງລວມຂອງຈີນໄດ້ພັດທະນາເປັນກ້າວໆ ລະດັບວິທະຍາສາດເຕັກນິກຂອງຈີນໄດ້ຮັບການຍົກສູງຂຶ້ນເລື້ອຍໆ ແລະ ຈີນ ກໍມີຄວາມໝັ້ນໃຈຕໍ່ວັດທະນະທຳຂອງຕົນເອງ ນັບມື້ຫຼາຍຂຶ້ນ.

# ຂ່າວ-ພາບ : ສະບາໄພ