ພິທີຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກໃນອົງການຈັດຕັ້ງເຍົາວະຊົນ-ອະນຸຊົນທັນວາ ຈັດຂຶ້ນວັນທີ 25 ກຸມພາ 2022 ທີ່ເດີນອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເມືອງສັງທອງ ເປັນກຽດເຂົ້າຮ່ວມຂອງ ທ່ານ ລຸນທອງ ບຸນມະນີ ຮອງເລຂາຄະນະພັກເມືອງສັງທອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ມີທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ທ່ານ ນາງ ດາວັນ ຊາມຸນຕີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສັງທອງ,ມີບັນດາຄະນະບໍລິຫານງານຊາວໜຸ່ມເມືອງສັງທອງ ຄູອາຈານ ສະມາຊິກເຍົາວະຊົນ-ອະນຸຊົນທັນວາ.

ທ່ານ ໄຊສາຄອນ ສຸລິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງສັງທອງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວເມືອງສັງທອງ ສະນັ້ນ ໃນການຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກໃນອົງການຈັດຕັ້ງເຍົາວະຊົນ-ອະນຸຊົນທັນວາໃນຄັ້ງນີ້ ມີທັງໝົດ 2.609 ຄົນ ຍິງ 939 ຄົນ ໃນນັ້ນ ສະມາຊິກເຍົາວະຊົນ 1.215 ຄົນ ຍິງ 682 ຄົນ ສະມາຊິກອະນຸຊົນ 1.394 ຄົນ ຍິງ 257 ຄົນ.

.
..# ຂ່າວ & ພາບ : ວຽງມາ