ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ແກ້ໄຂຫຼາຍບັນຫາ

    ກອງປະຊຸມໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດໄລຍະປີ 2019-2021 ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ວັນທີ 25 ກຸມພາ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນ ມີລັດຖະມົນຕີ ຮອງລັດຖະມົນຕີ ຮອງເຈົ້າຄອງ ຮອງເຈົ້າແຂວງ ຫົວໜ້າ ຮອງຫົວໜ້າພະແນກ ຍທຂ ແຂວງ ແລະ ຂະແໜງການກ່ຽວຂ້ອງ. 

    ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນຫຼາຍບັນສຳຄັນ ເປັນຕົ້ນ ວຽກງານການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ໂຄງການດັ່ງກ່າວ ຄວນໃຫ້ພິຈາລະນາເປັນບ້ວງບູລິມະສິດແຫ່ງຊາດສະເພາະໃນແຕ່ລະປີ ການພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ທົນທານ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່ ແລະ ທັນທະໄໝ ເຊິ່ງເປັນວຽກທີ່ຈຳເປັນຮີບດ່ວນຂອງຂະແໜງ ຍທຂ ທີ່ຕ້ອງເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄົ້ນຄວ້າວາງແຜນ ແລະ ກຳນົດສ້າງບັນດານິຕິກຳເພື່ອຄຸ້ມຄອງການພັດທະນາ ພາຍຫຼັງທີ່ໄດ້ກໍານົດນິຕິກໍາແລ້ວ ກໍຕ້ອງໄດ້ເຜີຍແຜ່ ຜັນຂະຫຍາຍ ແລະ ເຊື່ອມຊຶມຢ່າງກວ້າງຂວາງ ການພັດທະນາການຂົນສົ່ງຫຼາຍຮູບແບບພາຍໃນປະເທດ ໃນສະພາບທີ່ປະເທດເຮົາພວມປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເສັ້ນທາງລົດໄຟລາວ-ຈີນ ເປັນປັດໄຈສໍາຄັນໃນການກະຕຸກຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວໄວ ຕ້ອງເປັນເຈົ້າການໃນການກໍານົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບໃຫ້ມີຄວາມກົມກຽວ ສົມທົບແໜ້ນກັບຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ກະສິກຳ ແລະ ປ່າໄມ້ ອຸດສະຫະກຳ ແລະ ການຄ້າຕ່າງໆ ຈາກນັ້ນ ຕ້ອງກຳນົດສ້າງຕາໜ່າງການຂົນສົ່ງທີ່ແທດເໝາະກັບສະພາບການຕົວຈິງແຕ່ລະໄລຍະ ເອົາໃຈໃສ່ພັດທະນາທ່າບົກຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້ໃຫ້ເປັນຮູບປະທຳ ການຄຸ້ມຄອງຊັບສິນ ແລະ ການບູລະນະສ້ອມແປງຕາໜ່າງເສັ້ນທາງ ການບູລະນະສ້ອມແປງ ຕ້ອງໃຫ້ຖືກຕ້ອງຕາມມາດຕະຖານທີ່ໄດ້ກໍານົດໄວ້ ສຳລັບດ້ານງົບປະມານ ແມ່ນເຮົາມີກອງທຶນທາງທີ່ເປັນກອງທຶນສະເພາະເພື່ອນຳໃຊ້ເຂົ້າໃນວຽກງານບູລະນະຮັກສາສ້ອມແປງເສັ້ນທາງໃນທົ່ວປະເທດ  ແຕ່ວິທີການນຳໃຊ້   ກໍຕ້ອງໄດ້ຮັບປະກັນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແຕ່ລະພາກສ່ວນທີ່ຖືກມອບໝາຍ ໃຫ້ຮັບຜິດຊອບແຕ່ລະໜ້າວຽກ ຕ້ອງໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ ຍທຂ ແກ້ໄຂຂອດອຸດຕັນໃນການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ນີ້ແມ່ນວຽກຈຸດສຸມບູລິມະສິດໜຶ່ງທີ່ຈະຕ້ອງໄດ້ເພີ່ມທະວີການຕິດຕາມກວດກາການຄຸ້ມຄອງນໍາໃຊ້ພື້ນຖານໂຄງລ່າງ ການສ້າງບຸຄະລາກອນຂອງວຽກງານທາງລົດໄຟ ໂດຍເລີ່ມຈາກບຸຄະລາກອນດ້ານເຕັກນິກ ຈົນຮອດບຸຄະລາກອນຮັບໃຊ້ການບໍລິການຕ່າງໆ ນຳເອົາຄວາມຮູ້ ແລະ ບົດຮຽນຈາກການພັດທະນາລົດໄຟລາວ-ຈີນນີ້ ເປັນບົດຮຽນໃນການປັບປຸງ ແລະ ຖອດຖອນບົດຮຽນໃນການພັດທະນາ ຂະຫຍາຍຕາໜ່າງເສັ້ນທາງລົດໄຟເຊື່ອມຕໍ່ກັບປະເທດຕ່າງໆໃນອະນາຄົດ ການສືບຕໍ່ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ແລະ ເຂັ້ມແຂງ ພັດທະນາຂີດຄວາມສາມາດພະນັກງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ມີຄວາມຊຳນານງານກາຍເປັນມືອາຊີບເທື່ອລະກ້າວ ຄຽງຄູ່ກັບການປັບປຸງພາລະບົດບາດ ຕ້ອງສືບຕໍ່ການຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ ເອົາໃຈໃສ່ແກ້ໄຂການນຳເຂົ້າລົດທີ່ບໍ່ຖືກລະບຽບກົດໝາຍ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!