ທ່ານ ແກ້ວສັງຕິສຸກ ໄຊຄຳວົງ ເຈົ້າຂອງຟາມລ້ຽງນົກກະຈອກເທບ ຢູ່ບ້ານຖ້ຳ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ຍ້ອນຄວາມມັກ-ຮັກໃນການຜະລິດກະສິກຳ ໂດຍສະເພາະຄົນມີຄວາມຊຳນິຊຳນານດ້ານການຟັກໄຂ່ ຈາກການເປັນຫົວໜ້າສະຖານີແນວພັນສັດປີກເປັນເວລາ 21 ປີຜ່ານມາ ຈຶ່ງເຮັດໃຫ້ຕົນມີແນວຄິດຢາກທົດລອງຟັກໄຂ່ນົກກະຈອກເທບ ເປັນເສດຖະກິດຈຳໜ່າຍພາຍໃນ ແລະ ຕ່າງປະເທດ.

ສົກປີ 2015-2016 ຕົນໄດ້ເລີ່ມເອົາໄຂ່ນົກກະຈອກເທບມາຟັກເພື່ອການສຶກສາ ໂດຍນຳໃຊ້ໄຂ່ 25 ໜ່ວຍ ແລະ ໄດ້ປະສົບຜົນສຳເລັດໃນການຟັກ ໃນນີ້ຫຼາຍກວ່າ 70% ແມ່ນສາມາດແຕກເປັນນົກອ່ອນ ຈາກນັ້ນກໍໄດ້ສຶກສາກ່ຽວກັບການອະນຸບານນົກກະຈອກເທບ ເຊິ່ງບໍ່ແຕກຕ່າງຫຍັງກັບການອະນຸບານເປັດ-ໄກ່ ຫຼືສັດປີກທົ່ວໄປ ແຕ່ຕ້ອງເອົາໃຈໃສ່ໃນໄລຍະການອະນຸບານ 2-3 ທິດທຳອິດ ຕ້ອງຮັກສາອຸນຫະພູມໃຫ້ຢູ່ລະດັບ 28-32 ອົງສາ ຈາກນັ້ນກໍນຳມາລ້ຽງໃນຄອກທີ່ມີພື້ນທີ່ກວ້າງກວ່າເກົ່າ ແລະ ໃຫ້ແສງສະຫວ່າງພຽງພໍ ສິ່ງສຳຄັນຕ້ອງລະວັງການໃຫ້ອາຫານ ນ້ຳ ແລະ ຕ້ອງອະນາໄມຄອກໃຫ້ສະອາດ ບໍ່ໃຫ້ມີເສດເຫຼັກ ເສດໄມ້ ເພາະນົກກະຈອກເທບມັກກິນສິ່ງທີ່ແຂງ ເຊິ່ງຈະສົ່ງຜົນກະທົບ ແລະ ເຮັດໃຫ້ມັນຕາຍໃນເວລາບໍ່ເກີນ 1 ເດືອນ.

ປັດຈຸບັນ ຕົນມີນົກກະຈອກເທບ 50 ໂຕ ໃນນີ້ພໍ່ພັນ 10 ໂຕ ແມ່ພັນ 40 ໂຕ ໄດ້ລ້ຽງຢູ່ເຮືອນ 10 ໂຕ ຢູ່ຟາມ 40 ໂຕ ມີແມ່ພັນທີ່ສາມາດໃຫ້ໄຂ່ໃນປັດຈຸບັນ 5 ໂຕ ໂດຍບະວັນໃຫ້ໄຂ່ (2 ວັນ ໄຂ່ 1 ໜ່ວຍ ຕໍ່ແມ່) 1 ແມ່ ຈະໃຫ້ໄຂ່ 10-12 ໜ່ວຍຕໍ່ຊຸດ ສະເລ່ຍ 70 ໜ່ວຍຕໍ່ແມ່ຕໍ່ປີ ເຊິ່ງຟາມພວກເຮົາມີ 3 ສາຍພັນ ຄື: ສາຍພັນຄໍດຳ ຈະໃຫ້ໄຂ່ 60-80 ໜ່ວຍຕໍ່ໂຕຕໍ່ປີ ສາຍພັນຄໍຟ້າ ໃຫ້ໄຂ່ 40-65 ໜ່ວຍຕໍ່ໂຕຕໍ່ປີ ສ່ວນສາຍພັນຄໍແດງ ຈະໃຫ້ໄຂ່ໜ້ອຍກວ່າໝູ່ ເນື່ອງຈາກເປັນສາຍພັນທີ່ໃຫ້ຊີ້ນໂດຍສະເພາະ ແຕ່ອີກ 2-3 ເດືອນຕໍ່ໜ້ານົກແມ່ຂອງພວກເຮົາກໍຈະໃຫຍ່ເຕັມຕົວ ແລະ ສາມາດໃຫ້ຜົນຜະລິດໄດ້ໝົດທຸກໂຕ ນົກກະຈອກເທບມີອາຍຸ 60-65 ປີ ແລະ ສາມາດໃຫ້ໄຂ່ໄດ້ເຖິງ 35-45 ປີ ໂດຍໂຕແມ່ອາຍຸ 18 ເດືອນຂຶ້ນໄປ ກໍສາມາດປະສົມພັນ ແລະ ໃຫ້ໄຂ່ໄດ້ ສ່ວນໂຕຜູ້ 24 ເດືອນ ຈຶ່ງສາມາດປະສົມພັນໄດ້ ສ່ວນອາຫານນົກກະຈອກເທບ ກິນອາຫານຄ້າຍຄືງົວ ຄວາຍ ເຊິ່ງຟາມພວກເຮົາໄດ້ໃຫ້ອາຫານໄກ່ໄຂ່ ເປັດ 1,5 ກິໂລ ຫຍ້າຫວານອິດສະຣາແອນ ແລະ ຫຍ້າເນເປຍ 3-5 ກິໂລຕໍ່ໂຕຕໍ່ວັນ ນົກໃຫຍ່ສຸດມີນ້ຳໜັກ 130-150 ກິໂລ.

ການຈຳໜ່າຍ ພວກເຮົາເນັ້ນຂາຍນົກອ່ອນເປັນຫຼັກ ແລະ ຂາຍໄຂ່ເປັນສຳຮອງ ໂດຍນົກອາຍຸ 1 ເດືອນຂຶ້ນເມືອ ລາຄາ 1.800.000 ກີບຕໍ່ໂຕ ຖ້າອາຍຸ 2-3 ເດືອນຂຶ້ນເມືອ ລາຄາກໍຈະເພີ່ມຂຶ້ນຕາມອາຍຸ ແລະ ນ້ຳໜັກຂອງມັນ ສ່ວນໄຂ່ທີ່ຟັກບໍ່ແຕກ ກໍຈະຂາຍເປັນໄຂ່ບໍ່ມີເຊື້ອ ລາຄາ 100.000-150.000 ກີບຕໍ່ໜ່ວຍ ໂດຍຕະຫຼາດແມ່ນຈຳໜ່າຍຢູ່ພາຍໃນເປັນສ່ວນໃຫຍ່ ສ່ວນຕະຫຼາດຕ່າງປະເທດກໍມີຄວາມຕ້ອງການສູງ ແຕ່ກໍພົບມີຂໍ້ຈຳກັດຫຼາຍດ້ານ ໂດຍສະເພາະຂອດການສົ່ງອອກ ເຊິ່ງປັດຈຸບັນພວກເຮົາກຳລັງຫັນເຂົ້າສູ່ລະບຽບຫຼັກການ ເພື່ອໃຫ້ສາມາດນຳແນວພັນເຂົ້າ ແລະ ສົ່ງອອກໄດ້ໃນໄວໆນີ້.

ນົກກະຈອກເທບ ເປັນສັດທີ່ນຳເຂົ້າມາລ້ຽງໃໝ່ ແລະ ເປັນສັດທີ່ລ້ຽງງ່າຍ ມີການເຕີບໃຫຍ່ໄວ ແລະ ໃຫ້ຜົນຕອບແທນທາງເສດຖະກິດສູງ ເຊິ່ງຜ່ານການລ້ຽງ 5-6 ປີຜ່ານມາ ແມ່ນໄດ້ຮັບການຕອບ-ຮັບດີຈາກສັງຄົມ ສະແດງອອກມີລູກຄ້າຈຳນວນຫຼາຍຈາກທົ່ວປະເທດໃຫ້ຄວາມສົນໃຈ ແລະ ມາຊື້ນຳພວກເຮົາເປັນຈຳນວນຫຼາຍ ແຕ່ປັດຈຸບັນ ສາມາດຕອບສະໜອງໃຫ້ເຂົາເຈົ້າໄດ້ບໍ່ເຖິງ 5% ຂອງຄວາມຕ້ອງການ ສຳລັບຜູ້ທີ່ສົນໃຈຢາກລ້ຽງນົກກະຈອກເທບ ກໍສາມາດເຂົ້າມາສຶກສາໄດ້ ເຊິ່ງຟາມພວກເຮົາພ້ອມທີ່ຈະໃຫ້ຄວາມຮູ້ ເຕັກນິກຕ່າງໆ ແລະ ຕະຫຼາດຈຳໜ່າຍໃຫ້ ເພື່ອໃຫ້ຜູ້ລ້ຽງປະສົບຜົນສຳເລັດ.
# ຂ່າວ & ພາບ : ສະບາໄພ