ລັດຖະມົນຕີ ຫສນຍ ພົບປະພະນັກງານຫຼັກແຫຼ່ງ

    ວັນທີ 24 ກຸມພາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມພົບປະໂອ້ລົມຕໍ່ພະນັກງານກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສ ນຍ) ມີພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂໍ້ສະດວກ ຂໍ້ຄົງຄ້າງຕ່າງໆ ແລະ ການສະເໜີຂອງກົມດັ່ງກ່າວ ພ້ອມກັນນັ້ນ ກໍເພື່ອຮັບຟັງປຶກສາຫາລືແລກປ່ຽນບົດຮຽນໃນການປັບປຸງ ສ້າງວິໄສທັດ ແລະ ພ້ອມກັນສ້າງການຫັນປ່ຽນທີ່ຕັ້ງໜ້າ ດ້ວຍການຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ການເມືອງ ກໍຄືການປະຕິບັດພາລະບົດບາດ ການເປັນເສນາທິການຮອບດ້ານ ໃນຂົງເຂດວຽກງານພັກ-ພະນັກງານ ແລະ ວຽກງານກວດກາ ສ້າງ ແລະ ຍົກສູງພາລະບົດບາດຂອງ ຫສນຍ ໃຫ້ເປັນອົງການທີ່ເຂັ້ມແຂງ ທັນສະໄໝ ຮັບປະກັນ ການບໍລິການຮັບໃຊ້ທ່ານນາຍົກລັດຖະມົນຕີ ບັນດາທ່ານຮອງນາຍົກລັດຖະມົນຕີ ລັດຖະບານ ແລະ ປະຊາຊົນ ໃຫ້ໄດ້ຮັບຜົນດີກວ່າເກົ່າ. 

     ໃນກອງປະຊຸມ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຫົວໜ້າກົມກວດກາ ກໍໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນກົມຂອງຕົນໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບການພາຍໃນປະເທດ ແລະ ສາກົນ ພົບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ສອງກົມດັ່ງກ່າວ ກໍສາມາດເຮັດຫຼ້ອນໜ້າທີ່ທີ່ຢູ່ໃນຄວາມຮັບຜິດຊອບໄດ້ດີພໍສົມຄວນ ຄຽງຄູ່ກັນນັ້ນ ກໍຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂໃຫ້ດີຂຶ້ນ ທັງນີ້ ກໍເພື່ອແນໃສ່ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ໃນຂົງເຂດວຽກງານພັກ-ພະນັກງານ ແລະ ວຽກງານກວດກາ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!