ການຂະຫຍາຍຕົວເສດຖະກິດ ນວ ປີ 2021 ຢູ່ໃນລະດັບ 4,13%

    ກອງປະຊຸມວຽກງານແຜນການ ແລະ ວຽກງານການເງິນ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ກຸມພາ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ຫົວໜ້າ-ຮອງຫົວໜ້າອົງການທຽບເທົ່າພະແນກຂອງ ນວ ນັກທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ກ່າວວ່າ: ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປີ 2021 ຂອງ ນວ ຂະຫຍາຍຕົວຢູ່ໃນລະດັບ 4,13% (ແຜນການປີ 6,5%) ມີມູນຄ່າໃນປີ 57.953 ຕື້ກີບ (ແຜນການປີ 59.270 ຕື້ກີບ) ສະເລ່ຍຕໍ່ຫົວຄົນບັນລຸໄດ້ 6.027 ໂດລາສະຫະລັດ (ແຜນການປີ 6.610 ໂດລາ) ໃນນີ້ ຂະແໜງກະສິກໍາຂະຫຍາຍຕົວ 3,28% ກວມເອົາ 14,86% ຂອງ GDP (ແຜນການປີ 4% ກວມເອົາ 14%) ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 6,25% ກວມເອົາ 50,04% ຂອງ GDP (ແຜນການປີ 8,5% ກວມເອົາ 49% ຂະແໜງບໍລິການ ຂະຫຍາຍຕົວ 1,21% ກວມເອົາ 34,30% ຂອງ GDP (ແຜນການປີ 5,2% ກວມເອົາ 37%) ແລະ ພາສີ-ອາກອນ ຂະຫຍາຍຕົວໃນລະດັບ 2,10% ກວມເອົາ 0,80% ຂອງ GDP. 

    ດ້ານງົບປະມານ ໃນປີ 2021 ສາມາດປະຕິບັດຄາດຫມາຍຕົວເລກລາຍຮັບ ແລະ ລາຍຈ່າຍ ໄດ້ດັ່ງນີ້: ດ້ານລາຍຮັບ: ປະຕິບັດໄດ້ທັງໝົດ 4.642.51 ຕື້ກີບ ທຽບໃສ່ແຜນການປີ (5.098,73 ຕື້ກີບ) ເທົ່າກັບ 91,05% ຂອງແຜນການ (ແຜນການ 5.098,73 ຕື້ກີບ) ສໍາລັບລາຍຮັບພູດ ນວ ສາມາດປະຕິບັດໄດ້ 1.583,39 ຕື້ກີບ ລື່ນແຜນການ 13,20% (ແຜນການປີ 1.398,73 ຕື້ກີບ) ດ້ານລາຍຈ່າຍ: ປະຕິບັດໄດ້ທັງໝົດ 708,11 ຕື້ກີບ ເທົ່າກັບ 98,74% ຂອງແຜນການ (ແຜນການປີ ບໍ່ໃຫ້ເກີນ 717,10 ຕື້ກີບ)ການດູນດ່ຽງ: ດຸ່ນດ່ຽງໃຫ້ສູນກາງປະມານ 786,70 ຕື້ກີບ ມູນຄ່າການນໍາເຂົ້າ-ສົ່ງອອກ: ມູນຄ່ານໍາເຂົ້າ: ປະຕິບັດໄດ້ 1.973,31 ລ້ານໂດລາ ທຽບໃສ່ປີທີ່ຜ່ານມາ ແມ່ນເພີ່ມຂຶ້ນ 7,66% (ແຜນການປີ ບໍ່ໃຫ້ເກີນ 8%) ມູນຄ່າການສົ່ງອອກ: ປະຕິບັດໄດ້ 1.633,15 ລ້ານໂດລາ ທຽບໃສ່ປີທີ່ຜ່ານມາ ເພີ່ມຂຶ້ນ 48,46% (ແຜນການປີ ບໍ່ໃຫ້ຫຼຸດ 18%) ຂາດດຸນການຄ້າ 345,16 ລ້ານໂດລາ ແລະ ດ້ານແຫຼ່ງທຶນເພື່ອການພັດທະນາ:ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 21.442,48 ຕື້ກີບ ປະຕິບັດໄດ້ລື່ນແຜນ 71,53% (ແຜນ ການປີ 12.500 ຕື້ກີບ).

   ສໍາລັບທິດທາງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຂອງ ນວ ຍັງຈະສືບຕໍ່ປະເຊີນກັບຫຼາຍບັນຫາທ້າທາຍ ທັງສາກົນ ແລະ ຢູ່ພາຍໃນ ເຮັດໃຫ້ບັນດາອົງການຈັດຕັ້ງສາ ກົນ ໄດ້ຄາດຄະເນອັດຕາການຂະຫຍາຍຕົວ GDP ຂອງໂລກ ໃນປີ 2022 ໃນລະດັບ 4-4,3% ບັນດາປະເທດທີ່ເປັນຄູ່ຄ້າຫຼັກຂອງປະເທດເຮົາ ເຊັ່ນ:ສປ ຈີນ ຈະຂະຫຍາຍຕົວ ປະມານ 5,6% ໄທ ຈະຂະຫຍາຍຕົວ ປະມານ 5,6% ສສ ຫວຽດນາມ ຈະຂະຫຍາຍຕົວ ປະມານ 6,5-7% ແລະ ຄາດຄະເນການຂະຫຍາຍຕົວ GDP ຂອງ ສປປ ລາວ ໃນລະດັບ 4-4,5%.

    ພ້ອມທັງສູ້ຊົນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ການຜະລິດ-ການບໍລິການ ແລະ ການດໍາລົງຊີວິດຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິ ພ້ອມນັ້ນ ກໍຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຄື:ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຕົວຈິງ.

    ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ກ່າວວ່າ:ການຈັດຕັ້ງແຜນງົບປະມານປະຈໍາປີ 2021 ອີງຕາມມະຕິຂອງຄະນະປະຈໍາສະພາປະຊາຊົນ ນວ ສະບັບເລກທີ 102/ຄປຈ.ສປນວ ລົງວັນທີ 14 ທັນວາ 2021 ວ່າດ້ວຍຮັບຮອງເອົາແຜນດັດສະເລ່ຍລາຍຮັບ ແລະ ລາຍຈ່າຍ ງົບປະມານແຫ່ງລັດ ປະຈໍາປີ 2021 ຂອງ ນວ ປະກອບມີ:ແຜນລາຍຮັບທັງໝົດ 5.098,73 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງ (ພາສີ) 3.700 ຕື້ກີບ ລາຍຮັບທ້ອງຖິ່ນ (ນວ) 1.398,73 ຕື້ກີບ ແຜນລາຍຈ່າຍທັງໝົດ 717,10 ຕື້ກີບ ແລະ ແຜນດຸ່ນດ່ຽງ 786,70 ຕື້ກີບ.

    ສ່ວນຄາດໝາຍສູ້ຊົນ ດ້ານຕົວເລກລາຍຮັບງົບປະມານ ປີ 2022 ທັງໝົດ 5.576,34 ຕື້ກີບ ທຽບໃສ່ແຜນປີ 2021 ເພີ່ມຂຶ້ນ 9,37% ເປັນເງິນ 477,61 ຕື້ກີບ (ຖ້າທຽບໃສ່ຕົວເລກປະຕິບັດໝົດປີ 2021 ຈະເພີ່ມຂຶ້ນ 20,11% ເປັນເງິນ 933,83%) ດ້ານຕົວເລກລາຍຈ່າຍງົບປະມານ ຄາດຄະເນແຜນລາຍຈ່າຍງົບປະມານ ປີ 2022 ລາຍຈ່າຍທັງໝົດ 544,04 ຕື້ກີບ ທຽບໃສ່ແຜນປີ 2021 ຫຼຸດລົງ 1,11% ເປັນເງິນ 67,98 ຕື້ກີບ.  

# ຂ່າວ & ພາບ: ສີພອນ

error: Content is protected !!