ສ ອາເມຣິກາ ສືບຕໍ່ມອບມຸ້ງເຄືອບຢາເພື່ອປ້ອງກັນພະຍາດໄຂ້ມາລາເລຍ ໃຫ້ ສປປ ລາວ

    ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ມອບມຸ້ງເຄືອບຢາຍາວນານ 220.314 ດາງ ມູນຄ່າ 416.393 ໂດລາສະຫະລັດ ໃຫ້ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດທະມົນຕີກະຊວງສາທາລະນະສຸກ ວັນທີ 25 ກຸມພາ 2022 ຢູ່ນະຄອນຫຼວງວຽງຈັນ ເຊິ່ງການມອບມຸ້ງຄັ້ງນີ້ ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອຂອງ ສ ອາເມຣິິກາ ໃຫ້ ສປປ ລາວ ໃນການບັນລຸເປົ້າໝາຍແຫ່ງຊາດ ເພື່ອລົບລ້າງພະຍາດໄຂ້ມາລາເລຍ. 

    ມຸ້ງເຄືອບຢາດັ່ງກ່າວ ໄດ້ຮັບທຶນການສະໜັບສະໜູນໂດຍອົງການ USAID ຜ່ານ US President’s Malaria Initiative (PMI) ຈະໄດ້ແຈກຢາຍໄປໃຫ້ຄອບຄົວ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການສູງ ໂດຍສະເພາະແຂວງສະຫວັນນະເຂດ ເຊິ່ງແມ່ນແຂວງທີ່ຈະໄດ້ຮັບມຸ້ງເປັນອັດຕາສ່ວນຫຼາຍ ເນື່ອງຈາກເປັນແຂວງທີ່ພົບວ່າຍັງມີການລະບາດຂອງໄຂ້ມາລາເລຍສູງ ການສະໜັບສະໜູນຄັ້ງນີ້ ຈະປະກອບສ່ວນໃນໂຄງການແຈກຢາຍມຸ້ງທົ່ວປະເທດຂອງລັດຖະບານລາວ ເຊິ່ງຈະສະໜັບສະໜູນໂຄງການຄວບຄຸມພະຍາດມາລາເລຍແຫ່ງຊາດຂອງກະຊວງສາທາລະນະສຸກ ໃນການຮັບມື ແລະ ສູ້ກັບພະຍາດໄຂ້ມາລາເລຍໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19. 

    ທ່ານ​ ໄມໂຄ ຣອນນິ້ງ ກ່າວວ່າ: ການຊ່ວຍເຫຼືອດ້ານສາທາລະນະສຸກ ແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມ ລາວ-ອາເມຣິກາ ເຊິ່ງ ສ ອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກຂອງພວກເຮົາ ໂດຍຜ່ານການປະກອບສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໄຂ້ມາເລເລຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030.

    ປັດຈຸບັນອົງ ການ USAID ໄດ້ຊ່ວຍເຫຼືອດ້ານວິຊາການ ອຸປະກອນຫ້ອງທົດລອງ ມອບມຸ້ງຫຼາຍກ່ວາ 1 ລ້ານດາງ ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍແບບໄວຫຼາຍຫຼາຍກວ່າ 1 ລ້ານຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍ ລວມມູນຄ່າຫຼາຍກວ່າ 5,1 ລ້ານໂດລາສະຫະລັດ ໃນໄລຍະ 10 ປີຜ່ານມາ ນອກນີ້ໃນການຮັບມືກັບພະຍາດໂຄວິດ-19 ສ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອມູນຄ່າຫຼາຍກວ່າ 13 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ  ແລະ ຫວ່າງມໍ່ໆມານີ້ ສ ອາເມຣິກາ ຍັງໄດ້ສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19 ໄຟເຊີ 1,7 ລ້ານໂດສ ໃຫ້ ສປປ ລາວ ເຊິ່ງໄດ້ປະກອບສ່ວນຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາກອນໄດ້ຫຼາຍກວ່າ 50% ລວມທັງໄວໜຸ່ມ ອາຍຸ 12-17 ປີ ເພື່ອໃຫ້ພວກເຂົາສາມາດກັບໄປໂຮງຮຽນໄດ້ ນອກນີ້ ສ ອາເມຣິກາ ຍັງໄດ້ຊ່ວຍເຫຼືອລ້າຫຼາຍຂົງເຂດ ໃນ 10 ປີຜ່ານມາ ອົງການ USAID ໄດ້ສະໜັບສະໜູນ ສປປ ລາວ ໃນການສູ້ກັບພະຍາດລະບາດຕ່າງໆ ປັບປຸງວຽກງານແມ່ ແລະ ເດັກ ແລະ ຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິ ການ. 

# ຂ່າວ & ພາບ: ສະບາໄພ

error: Content is protected !!