ຍ້ອນການລະບາດພະຍາດໂຄວິດ-19 ການຂົນສົ່ງສິນຄ້າທາງລົດຫຼຸດລົງ 30% ທຽບໃສ່ປີ 2018

    ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະກອບຄໍາເຫັນ ກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບໃນ ສປປ ລາວ ທີ່ຕິດພັນກັບການຍົກລະດັບການບໍລິຫານດ້ານການຂົນສົ່ງ ຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈໍາປີ 2022 ວ່າ: 

    ການຂົນສົ່ງໄດ້ມີການພັດທະນາລົດຂົນສົ່ງສິນຄ້າ ສາມາດເດີນທາງເຂົ້າພາຍໃນປະເທດ ແລະ ເຂົ້າເຖິງທ່າທຽບເຮືອຂອງຄູ່ສັນຍາ ຫົວໜ່ວຍທຸລະກິດຂົນສົ່ງສິນຄ້າປະກອບມີ ບໍລິສັດການຂົນສົ່ງທັງໝົດ 80 ບໍລິສັດ ສະມາຄົມຂົນສົ່ງສິນຄ້າ 4 ສະມາຄົມ ໃນນີ້ມີລົດຂົນສົ່ງສິນຄ້າທັງໝົດ 1.827 ຄັນ ໄລຍະປີ 2019-2021 ບໍລິມາດຂົນສົ່ງສິນຄ້າສະເລ່ຍປະມານ 3.166 ໂຕນຕໍ່ປີ ຫຼຸດລົງ 30% ທຽບໃສ່ປີ 2018 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຂົນສົ່ງສິນຄ້າມີຄວາມຫຍຸ້ງຍາກ ແຕ່ລະປະເທດມີຂໍ້ຈໍາກັດໃນການຂົນສົ່ງ ພ້ອມນັ້ນ ການຂົນສົ່ງທາງອາກາດໄດ້ມີການພັດທະນາໂຄງລ່າງພື້ນຖານຢ່າງຕໍ່ເນື່ອງ ແຕ່ດ້ວຍຂໍ້ຈໍາກັດດ້ານງົບປະມານ ໄດ້ມີຜົນກະທົບຕໍ່ການພັດທະນາຂົນສົ່ງທາງອາກາດໃຫ້ຂະຫຍາຍທຽບທັນກັບບັນດາປະເທດອາຊຽນ ເຊັ່ນ: ການຂົນສົ່ງສິນຄ້າມີອັດຕາສ່ວນຕໍ່າ ເນື່ອງຈາກລະບົບການເຊື່ອມຕໍ່ລະຫວ່າງຮູບແບບຕ່າງໆຍັງຂາດປະສິດທິພາບ ໃຊ້ເວລາຫຼາຍ ຕົ້ນທຶນຄ່າເດີນທາງຂົນສົ່ງສິນຄ້າສູງກວ່າການຂົນສົ່ງຮູບແບບອື່ນ. 

    ສໍາລັບການຂົນສົ່ງທາງນໍ້າ ໄດ້ມີການເຊັນບົດບັນທຶກເຂົ້າໃຈສາມຝ່າຍ ລາວ-ຫວຽດນາມ-ກໍາປູເຈຍ ເພື່ອສົ່ງເສີມໃຫ້ການຂົນສົ່ງສິນຄ້າ ແລະ ໂດຍສານທາງນໍ້າ ຂະຫຍາຍຕົວ ໄດ້ຮ່ວມກັບກະຊວງຄົມມະນາຄົມຂອງໄທ ສ້າງຄູ່ມືຫຼັກສູດເຝິກອົບຮົມນາຍທ້າຍ ແລະ ຊ່າງຈັກ ການກວດກາເຕັກນິກເຮືອ ປັບປຸງຄອງເດີນເຮືອ ໂດຍໃຫ້ເຫັນໄດ້ບໍລິມາດການຂົນສົ່ງໂດຍສານ ແລະ ສິນຄ້າທາງນໍ້າໄລຍະ 2016-2020 ມີອັດຕາເພີ່ມຂຶ້ນ 24% ການຂົນສົ່ງທາງລົດໄຟລາວ-ໄທແຕ່ປີ 2018-2021 ບໍລິມາດຜ່ານແດນຂອງສິນຄ້າຂາເຂົ້າ 30.387,31 ໂຕນ ຂາອອກ 87,79 ໂຕນ ສ່ວນລົດໄຟລາວ-ຈີນ ເລີ່ມເປີດໃຫ້ບໍລິການແຕ່ວັນທີ 3 ທັນວາ 2021 ຮອດວັນທີ 13 ກຸມພາ 2022 ການຂົນສົ່ງຜູ້ໂດຍສານພາຍໃນມີ 124.225 ຄົນ ສິນຄ້າຜ່ານແດນຈໍານວນ 157.568 ໂຕນ.

.

# ຂ່າວ & ພາບ: ຂັນທະວີ

error: Content is protected !!