ບີຄວາ ສຳເລັດຫຼາຍໜ້າວຽກໃນການສຶບຕໍ່ພັດທະນາການຮຽນ-ການສອນ ໃນ ສປປ ລາວ

    ກອງປະຊຸມຄະນະວິຊາການ ຮັບຜິດຊອບແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດຂຶ້ນວັນທີ 24 ກຸມພາ 2022 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ເປັນປະທານຂອງທ່ານ ປອ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການ ກະຊວງ ສສກ ແລະ ທ່ານ ນາງ ຊິນເວຍ ບິດເຕີ ຫົວໜ້າແຜນງານບີຄວາ ພ້ອມທັງຄະນະວິຊາການຕາງໜ້າຈາກກົມກອງອ້ອມຂ້າງກະຊວງ ສສກ ພະແນກສຶກສາທິການ ແລະ ກີລາແຂວງ 18 ແຂວງ ແລະ ວິທະຍາໄລຄູ 8 ແຫ່ງ ເຂົ້າຮ່ວມໃນຮູບແບບເຊີ່ງໜ້າ ແລະ ໃນຮູບແບບທາງໄກ.

    ທ່ານ ປອ. ບຸນປັນ ໄຊມຸນຕຣີ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ຜົນສຳເລັດຢ່າງຕໍ່ເນື່ອງ ຜ່ານທີມງານຄະນະວິຊາການຂອງແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຮ່ວມກັບຄະນະວິຊາການຈາກກົມກອງອ້ອມຂ້າງກະຊວງ ສສກ ພະແນກສຶກສາທິການ ແລະ ກີລາແຂວງ ແລະ ວິທະຍາໄລຄູ ໄດ້ຈັດຕັ້ງປະຕິບັດແຜນງານຂອງແຜນງານບີຄວາຢ່າງຂຸ້ນຂ້ຽວ ໃຫ້ວຽກງານມີຄວາມຄືບໜ້າຢ່າງດີ ຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງຈົນໄລຍະທີ 2 ຂອງແຜນງານບີຄວາຈະສືບຕໍ່ໄປອີກ 4 ປີຂ້າງໜ້າ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ຮ່ວມກັນ ໃນການປັບປຸງຜົນການຮຽນຂອງນັກຮຽນທຸກຄົນໃນຊັ້ນປະຖົມສຶກສາຢູ່ໃນ ສປປ ລາວ ໂດຍສະເພາະ ເດັກທີ່ດ້ອຍໂອກາດທີ່ພົບກັບບັນຫາຫຍຸ້ງຍາກໃນການເຂົ້າເຖິງດ້ານການສຶກສາ.

    ທ່ານນາງ ຊິນເວຍ ບິດເຕີ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ຍິນດີສືບຕໍ່ໃຫ້ການສະໜັບສະໜູນ ລັດຖະບານລາວ ກໍຄືກະຊວງ ສສກ ກ່ຽວກັບວຽກງານຄວາມຄືບໜ້າດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ເພື່ອສະໜັບສະໜຸນການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ລວມທັງການເຝິກອົບຮົມ ແລະ ການພັດທະນາວິຊາຊີບຄູຊັ້ນປະຖົມສຶກສາແບບຕໍ່ເນື່ອງ 6 ເດືອນທີ່ຜ່ານມາ ລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ ໄດ້ສະໜັບສະໜູນກະຊວງ ສສກ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສຸດແຫ່ງຊາດ ເຊັ່ນ: ສຳເລັດການມອບໃບປະກາດຈົບວິທະຍາໄລສ້າງຄູ ສຳເລັດການສະໜັບສະໜູນພິເສດໃນການເຝິກອົບຮົມບຳລຸງຄູຊັ້ນປະຖົມສຶກສາ ໃນ 6 ແຂວງເປົ້າໝາຍ ຢູ່ເຂດຫ່າງໄກສອກຫຼີກ ສຳເລັດການພັດທະນາຫຼັກສູດສື່ການຮຽນການສອນສຳລັບຊັ້ນປະຖົມສຶກສາຂັ້ນ ປ4 ມີ 3 ວິຊາຄື: ພາສາລາວ ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ພາສາອັງກິດ ໄດ້ຜະລິດໂມດູນຊຸດອຸປະກອນຊ່ວຍເຫຼືອຄູຊຸດໃໝ່ ພ້ອມທັງສືບຕໍ່ປັບປຸງໂຄງການທົດລອງເຝິກເວົ້າພາສາລາວ ສຳລັບນັກຮຽນຂັ້ນ ປ1 ທີ່ບໍ່ສາມາດເວົ້າພາສາລາວໄດ້ ສຳເລັດການຜະລິດວິດີໂອສຳລັບການຝຶກອົບຮົມຄູ 1 ວິດີໂອ ແລະ ກຳລັງຢູ່ໃນຂັ້ນຕອນການຜະລິດອີກ 2 ວິດີໂອ.​

    ສ່ວນແຜນແຕ່ນີ້ຮອດເດືອນມິຖຸນາ 2022 ກິດຈະກຳຫຼັກໆແມ່ນເນັ້ນໃສ່ການຜະລິດ ຈັດພີມ ແລະ ແຈກຢາຍຊຸດອຸປະກອນສື່ການຮຽນການສອນ ສຳລັບຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ຂັ້ນ ປ4 ທົ່ວປະເທດ ກະກຽມການເຝິກອົບຮົມຄູຂັ້ນ ປ4 ທຸກຄົນ ສືບຕໍ່ໃຫ້ການສະໜັບສະໜູນວຽກງານບໍາລຸງຄູຊັ້ນປະຖົມສຶກສາໃນແຂວງເປົ້າໝາຍ ການຜະລິດວິດີໂອສຳລັບການເຝິກອົບຮົມຄູ 4 ວິດີໂອ ແລະ ເລີ່ມຈັດຕັ້ງການຂຽນຊຸດອຸປະກອານສື່ການຮຽນ-ການສອນ ສຳລັບຫຼັກສູດຂັ້ນ ປ5.

# ຂ່າວ-ພາບ : ບຸນມີ

error: Content is protected !!