ປະຍຸກຊົນເຜົ່າກະຕູ ປະສົມປະສານກັບຍຸກສະໄໝ ໃຫ້ເປັນຜະລິດຕະພັນດຶງດູດຄວາມສົນໃຈຂອງລູກຄ້າ

    ນາງ ມອນ ຈຸຍມະນີ ເຈົ້າຂອງຮ້ານສອງເອື້ອຍນ້ອງຕໍ່າຫູກເຜົ່າກະຕູ ໃຫ້ສໍາພາດໂອກາດທີ່ເຂົ້າຮ່ວມງານວາງສະແດງຜະລິດຕະພັນລາວວ່າ: 

    ຕົນເປັນຜູ້ໜຶ່ງທີ່ມັກຮັກໃນການຕໍ່າຫູກ ເຊິ່ງໄດ້ເຮັດມາແຕ່ຍັງນ້ອຍ ນັບແຕ່ປີ 2004 ເປັນຕົ້ນມາ ຕົນໄດ້ນໍາແຜ່ນແພທີ່ຕົນຕໍ່າມາປະດິດເປັນກະເປົາ ແລະ ເຄື່ອງປະດັບເອ້ຢ້ອງຕ່າງໆທີ່ໃຊ້ສໍາລັບການດໍາລົງຊີວິດປະຈໍາວັນ ຈາກນັ້ນ ຕົນໄດ້ມີການສຶກສາຮຽນຮູ້ຜ່ານໂລກອອນລາຍໃນການອອກແບບ ແລະ ປະຍຸກຊຸດຕ່າງໆ ມາຮອດປີ 2016 ຈຶ່ງໄດ້ອອກແບບປະດິດເປັນເສື້ອ ສິ້ນ ທີ່ມີການສອດແຊກຊົນເຜົ່າກະຕູເຂົ້າໄປນໍາ ເພື່ອປັບໃຫ້ເຂົ້າກັບຍຸກສະໄໝປັດຈຸບັນ ພ້ອມທັງເຮັດໃຫ້ເສື້ອ ແລະ ສິ້ນມີຄວາມໂດດເດັ່ນສວຍງາມ ເຊິ່ງຂັ້ນຕອນການປະດິດທຸກຢ່າງແມ່ນເຮັດດ້ວຍມື ໂດຍສະເພາະ ການຮ້ອຍລູກປັດໃສ່ ທີ່ມີລວດລາຍແຕກຕ່າງກັນ ພ້ອມນັ້ນ ແຜ່ນແພທີ່ນໍາມາປະກອບໃສ່ ຍັງເຮັດຈາກຜ້າຝ້າຍລາວ ສ່ວນແພກັນຊາ ນໍາມາແຕ່ ເມືອງຊໍາໃຕ້ ແຂວງຫົວພັນ ແຜ່ນແພເຫຼົ່ານັ້ນແມ່ນໄດ້ຍ້ອມສີທໍາມະຊາດຈາກເປືອກໄມ້ຊະນິດຕ່າງໆ ເປັນຕົ້ນ ດອກດາວເຮືອງ ໄມ້ດູ່ ຝາງແດງ ກົກເປົ້າເລືອດ ແລະ ອື່ນໆ.

    ດັ່ງນັ້ນ ຈຶ່ງເຮັດໃຫ້ຜະລິດຕະພັນຂອງຮ້ານສອງເອື້ອຍນ້ອງມີລາຄາຈໍາໜ່າຍໃນລາຄາຕໍ່າສຸດ 400.000 ຫາ 2.500.000 ກີບ ນອກຈາກຜະລິດຕະພັນເສື້ອຍິງ-ຊາຍ ແລະ ສິ້ນແລ້ວ ຮ້ານສອງເອື້ອຍນ້ອງຕໍ່າຫູກຍັງມີປະເພດແຜ່ນແພ ກະເປົາ ແລະ ເຄື່ອງເອ້ຢ້ອງຕ່າງໆທີ່ເຮັດຈາກທໍາມະຊາດຕື່ມອີກ ເຊິ່ງມີຮ້ານຈໍາໜ່າຍຢູ່ທີ່ບ້ານ ພັນຫຼວງ ເມືອງ ແລະ ແຂວງຫຼວງພະບາງ. 

    ສໍາລັບຜະລິດຕະພັນຈາກຮ້ານສອງເອື້ອຍນ້ອງຕໍ່າຫູກເປັນຜະລິດຕະພັນທີ່ເນັ້ນໜັກເຖິງຄວາມປານີດ ທັງເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ເປັນການຮັກສາວັດທະນະທໍາຂອງລາວ ກໍຄືວັດທະນະທໍາຂອງຊົນເຜົ່າກະຕູໃຫ້ມີຄວາມຍືນຍົງ ກາຍເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ ເຊິ່ງໄລຍະຜ່ານມາ ລູກຄ້າຂອງຮ້ານດັ່ງກ່າວສ່ວນໃຫຍ່ແມ່ນຄົນຕ່າງປະເທດ ແຕ່ໃນປັດຈຸບັນ ນັບແຕ່ປີ 2020 ເປັນຕົ້ນມາ ເຫັນວ່າຄົນລາວຈໍານວນຫຼາຍກໍໄດ້ມີຄວາມນິຍົມຜະລິດຕະພັນຂອງຕົນເຊັ່ນກັນ ແລະ ໃນທິດທາງຕໍ່ໜ້າ ກໍຈະສືບຕໍ່ພັດທະນາ ແລະ ອອກແບບຜະລິດຕະພັນຂອງຕົນໃຫ້ມີຫຼາຍຮູບແບບ ຫຼາຍສີສັນ ເພື່ອໃຫ້ຜະລິດຕະພັນທີ່ເປັນແຜ່ນແພຂອງຊົນເຜົ່າກະຕູຢູ່ຄຽງຄູ່ກັບຊາດລາວ.​

# ຂ່າວ-ພາບ : ຂັນທະວີ

error: Content is protected !!