ວັນທີ 14 ພຶດສະພາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ນາງ ຟານ ຊິນຊຽງ ອຳນວຍການໃຫຍ່ບໍລິສັດ ສີສວນ ອາໂບບ ແອດເວັນເທດ ໂລມອນ ມາຍນິ້ງ (ລາວ) ຈຳກັດຜູ້ດຽວ ໄດ້ມອບເງິນ 20.000 ໂດລາສະຫະລັດ ປະມານ 179 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ໂດຍການຮັບຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.

ການມອບເງິນຄັ້ງນີ້ ເປັນການປະກອບສ່ວນປັບປຸງ ແລະ ສ້ອມແປງຊົນລະປະທານຂອງນະຄອນຫຼວງວຽງຈັນ ໃນວຽກງານຕ້ານແລ້ງ-ຕ້ານຖ້ວມ ພ້ອມນັ້ນ ເປັນການປະກອບສ່ວນຍົກລະດັບວຽກງານວິຊາການ ໃຫ້ແກ່ພະນັກງານນະຄອນຫຼວງວຽງຈັນ ແລະ ຊຸກຍູ້ສົ່ງເສີມການຜະລິດກະສິກຳ.

ໂອກາດນີ້ ທ່ານ ອາດສະພັງທອງ ໄດ້ມອບໃບກຽດຕິຄຸນໃຫ້ແກ່ບໍລິສັດດັ່ງກ່າວ ທີ່ໄດ້ເຫັນເຖິງຄວາມສຳຄັນ ໃນການຜະລິດກະສິກຳສະໜອງພຽງພໍຕໍ່ຜູ້ບໍລິໂພກ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເງິນຈຳນວນດັ່ງກ່າວນີ້ ໃຫ້ເກີດຜົນປະໂຫຍດສູງສຸດ.
# ຂ່າວ & ພາບ : ຂັນທະວີ