ໄວໜຸ່ມຫຼາຍກວ່າ 20 ຄົນ ມົ່ວສຸມຢາເສບຕິດ ຖືກເຈົ້າໜ້າທີ່ ປກສ ນວ ບຸກເຂົ້າຄວບຄຸມຕົວ ຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີ

   ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມໄວໜຸ່ມຈຳນວນໜຶ່ງມົ່ວສຸມເສບຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງ ເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນວ ຈິ່ງໄດ້ລົງຕິດຕາມກວດກາ ເຫັນວ່າມີມູນຄວາມຈິງແທ້ ຕົກມາຮອດວັນທີ 17 ກຸມພາ 2022 ເວລາ 13 :00 ໂມງ ເຈົ້າໜ້າທີຈິ່ງໄດ້ເຂົ້າກັກຕົວກຸ່ມໄວໜຸ່ມດັ່ງກ່າວໄດ້ 24 ຄົນ ຍິງ 5 ຄົນ.

    ພັທ ພູທອນ ໄຊຍະທຳ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນວ ໃຫ້ຮູ້ວ່າ: ພາຍຫຼັງກັກຕົວເປົ້າໜາຍໄດ້ແລ້ວ ກໍນຳມາສຶກສາອົບຮົມ ໃຫ້ພວກເຂົາຮູ້ສຶກກິນແໜງແຄງໃຈຕໍ່ການກະທຳທີ່ຜິດຕໍ່ລະບຽບກົດໝາຍ ແລະ ໄດ້ອະທິບາຍໃຫ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໂດຍສະເພາະຢາບ້າ ທີ່ມີລິດທຳລາຍລະບົບປະສາດ ຜູ້ເສບຈະກາຍເປັນບ້າ ເສຍຈິດ ຖ້າຮຸນແຮງອາດເຖິງຂັ້ນເສຍຊີວິດໄດ້ ແລະ ຍັງເປັນສາເຫດທີ່ເຮັດໃຫ້ຄອບຄົວມີຄວາມແຕກແຍກ ເກີດບັນຫາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ທັງເປັນການກົດໜວ່ງຖ່ວງດຶງໃນການສ້າງສາພັດທະນາປະເທດຊາດ ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ກໍໄດ້ຖ່າຍຮູບບັນທຶກປະຫວັດການເຄື່ອນໄຫວ ຖ້າຍັງພົບເຫັນອີກ ວ່າໄປພົວພັນກັບສິ່ງເສບຕິດ ກໍລະນີໃດກໍຕາມ ຈະຖືກນຳມາດຳເນີນຄະດີຕາມລະບຽບກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ ຈາກນັ້ນ ໄດ້ນຳສົ່ງຕົວພວກກ່ຽວໄປສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ເພື່ອບຳບັດປິ່ນປົວພວກກ່ຽວໃຫ້ກັບຄືນມາເປັນຄົນດີຂອງຄອບຄົວ ແລະ ເປັນພົນລະເມືອງດີຂອງສັງຄົມ.

# ຂ່າວ-ພາບ : ເພັດສະໝອນ

error: Content is protected !!