Ai-sport ສະໜັບສະໜູນຈັດແຂ່ງຂັນເຕະບານ ລາວລີກ 2

    ຮ້ານຈຳໜ່າຍເຄື່ອງກີລາພິມລາຍ ໄອ-ສະປອດ (Ai-sport) ໃຫ້ການສະໜັບສະໜູນເງິນມູນຄ່າ 15 ລ້ານກີບ ພ້ອມເສື້ອກີລາຜະລິດຕະພັນ Ai-sport ໃຫ້ນັກເຕະດີເດັ່ນ 1 ຜືນຕໍ່ນັດ ເພື່ອສົ່ງເສີມວົງການກີ ລາບານເຕະລາວ ກໍຄືນະຄອນຫຼວງວຽງຈັນ ຈັດແຂ່ງຂັນເຕະບານ ລາວລີກ 2 (ນະຄອນຫຼວງ ລີກ) ລະດູການ 2022 ທີ່ຈະເປີດຂຶ້ນໃນກາງເດືອນມີນາ 2022 ໃຫ້ມີສີສັນ ແລະ ເປັນຂະບວນການຟົດຟື້ນ.

    ພິທີລົງນາມສັນຍາການຮ່ວມມືຈັດການແຂ່ງຂັນ ລາວລີກ 2 ລະດູການ 2022 ຈັດຂຶ້ນວັນທີ 24 ກຸມ ພາ 2022 ຢູ່ຫ້ອງວ່າການປົກຄອງເມືອງສີສັດຕະນາກ ລະຫວ່າງທ່ານ ເດດສົງຄາມ ທຳມະວົງ ເຈົ້າ ເມືອງສີສັດຕະນາກ ປະທານສະຫະພັນບານເຕະນະຄອນຫຼວງຽງຈັນ ແລະ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກີລາພິມລາຍ Ai-sport ໂດຍມີທ່ານ ຄອນສະຫວັນ ສິດທິໄຊ ເລຂາທິ ການສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເດດສົງຄາມ ທະມະວົງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະຜູ້ບໍລິຫານຮ້ານຂາຍ ເຄື່ອງກີລາ Ai-sport ທີ່ມີນໍ້າໃຈກວ້າງຂວາງ ແລະ ປະກອບສ່ວນໃນຂະບວນການຄັ້ງນີ້ ເຮັດໃຫ້ພວກເຮົາມີຄວາມພ້ອມໃນການຈັດແຂ່ງຂັນ ນອກຈາກລາຍການນີ້ແລ້ວ ຍັງມີແຜນຈັດແຂ່ງຂັນຫຼາຍລາຍການ ໂດຍສະເພາະລາຍການຂອງຮຸ່ນເຍົາວະຊົນ ໃນເມື່ອກ່ອນແມ່ນເປັນຂະບວນການຟົດຟື້ນຫຼາຍ ເປັນຕົ້ນຈະຈັດໃນຮຸ່ນນັກຮຽນ ແລະ ຮຸ່ນສືບທອດໃຫ້ກັບມາເປັນຂະບວນການຟົດຟື້ນ ແລະ ຫວັງວ່າໃນຕໍ່ໜ້າ ພວກເຮົາຍັງຈະໄດ້ຮັບການສະໜັບສະໜູນຈາກ Ai-sport ຕື່ມອີກ.

    ໂອກາດນີ້ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກີລາ Ai-sport ກໍໄດ້ສະແດງຄວາມພາກພູມໃຈທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນສົ່ງເສີມຂະບວນການແຂ່ງຂັນກີລາໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າຈະເປັນສ່ວນສຳຄັນທີ່ຈະເຮັດໃຫ້ວົງການກີລາບານເຕະນະຄອນຫຼວງ ກັບມາມີສີສັນ ແລະ ຄຶກຄັກອີກຄັ້ງ ແນ່ນອນວ່າການສະໜັບສູນໜູນຄັ້ງນີ້ ເປັນພຽງສ່ວນໃດໜຶ່ງເທົ່ານັ້ນ ຈຶ່ງຢາກຮຽກຮ້ອງໃຫ້ທຸກຄົນຮ່ວມກັນເພື່ອເຮັດໃຫ້ການແຂ່ງຂັນສຳເລັດໄປດ້ວຍດີ ສ່ວນ Ai-sport ກໍພ້ອມເຕັມທີ່ ທີ່ຈະສະໜັບສະໜູນການພັດທະນາວົງການກີລາບານເຕະລາວ ກໍຄືນະຄອນຫຼວງ ກ້າວສູ່ການເປັນມືອາຊີບໃນອະນາຄົດ.

# ຂ່າວ  – ພາບ : ສະບາໄພ

error: Content is protected !!