ລາວ-ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

    ໂດຍຕອບສະໜອງຕາມຄຳເຊີນຂອ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທ່ານນາງ ມາຣີສ ເພນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງແຫ່ງອົດສະຕຣາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 24-25 ກຸມພາ 2022 ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງເປັນການສະເຫຼີມສະຫຼອງວັນແຫ່ງການສ້າງຕັ້ງສາຍພົວພັນການທູດອັນຍາວນານ ແລະ ຕໍ່ເນື່ອງ ລະຫວ່າງສອງປະເທດ ຄົບຮອບ 70 ປີ.

    ໃນໂອກາດການຢ້ຽມຢາມຄັ້ງນີ້ ທ່ານ ນາງ ມາຣີສ ເພນ ໄດ້ພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ ສາຍພົວພັນອັນດີງາມ ແລະ ຕໍ່ເນື່ອງຂອງສອງຊາດ ຕະຫຼອດ 70 ປີ ທີ່ຜ່ານມາ. ພ້ອມກັນນີ້ ໄດ້ມີການແລກປ່ຽນ ແລະ ປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ເປັນຕົ້ນແມ່ນການຊ່ວຍເຫຼືອຂອງອົດສະຕຣາລີ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ການຊ່ວຍເຫຼືອດ້ານສ້າງຊັບພະຍາກອນມະນຸດ ປ້ອງກັນຊາດ ການຄ້າ ແລະ ການລົງທຶນ ພື້ນຖານໂຄງລ່າງ ກະສິກໍາ ແລະ ບັນຫາລະເບີດທີ່ຍັງບໍ່ທັນແຕກ (UXO) ຢູ່ ສປປ ລາວ ພ້ອມກັນນີ້ ທັງສອງຝ່າຍຍັງໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັນໃນຂອບການຮ່ວມມືອາຊຽນ ໃນໂອກາດທີ່ ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ (2021-2024) ແລະ ອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜູນແກ່ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ນອກຈາກນັ້ນ ຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

# ຂ່າວ-ພາບ :  ໄຊບັນດິດ

error: Content is protected !!