ຜະລິດຕະພັນເຫຼົ້າ-ວາຍ ບໍລິສັດເກດສະໜາລາວ ຈະສົ່ງໄປຕ່າງປະເທດໃນອີກບໍ່ດົນນີ້

    ບໍລິສັດໄມ້ເກດສະໜາລາວ ຈຳກັດຜູ້ດຽວ ໄດ້ມີຜະລິດຕະພັນເຫຼົ້າ-ວາຍຫຼາຍຊະນິດອອກຈຳໜ່າຍສູ່ຕະຫຼາດພາຍໃນ ແລະ ກະກຽມສົ່ງອອກຕ່າງປະເທດ ທ່ານ ວັນພອນ ວໍລະວຸດ ຜູ້ຈັດການຝ່າຍການຂາຍ ບໍລິສັດໄມ້ເກດສະໜາລາວ ຈຳກັດຜູ້ດຽວ ໃຫ້ສຳພາດໃນໂອກາດເຂົ້າງານວາງສະແດງຜະລິດຕະພັນລາວໃຫ້ຮູ້ວ່າ:

   ບໍລິສັດໄມ້ເກດສະໜາລາວ ຈຳກັດຜູ້ດຽວ ໃນເບື້ອງຕົ້ນແມ່ນປູກຕົ້ນໄມ້ເກດສະໜາລາວ ແລະ ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ແກ່ຕົ້ນໄມ້ເກດສະໜາໃຫ້ສູງຂຶ້ນ ດັ່ງນັ້ນ ທາງບໍລິສັດຈຶ່ງໄດ້ຄົ້ນຄິດວິທີການປຸງແຕ່ງເປັນຜະລິດຕະພັນເຫຼົ້າ-ວາຍ ໂດຍປະສົມກັບພືດຊະນິດຕ່າງໆເຊັ່ນ ເຫຼົ້າພະລາຊາ ມີສ່ວນປະສົມຂອງເຂົ້າໜຽວ ເຂົ້າກໍ່າ ໄມ້ເກດສະໜາ ໂສມລາວ ຂີງດຳ ນໍ້າແຮ່ທາດພູເຂົາໄຟເກົ່າ ເຫຼົ້າລ້ານຊ້າງທີ່ຜະລິດຈາກເຂົ້າໜຽວ ນໍ້າແຮ່ທາດພູເຂົາໄຟເກົ່າ ເຫຼົ້າເກດສະໜາທອງ ຜະລິດຈາກໄມ້ເກດສະໜາທີ່ມີອາຍຸ 20 ປີຂຶ້ນໄປ ເຫຼົ້າຂີງດຳ ຜະລິດຈາກສະໄໝໄພຂີງດຳ ນໍ້າແຮ່ທາດພູເຂົາໄຟເກົ່າ ເຫຼົ້າສີທັນດອນ ຜະລິດຈາກເຂົ້າໜຽວ ໂສມ ນໍ້າແຮ່ທາດພູເຂົາໄຟເກົ່າ ນອກຈາກນີ້ ຍັງມີວາຍໝາກເມົ້າ ວາຍໝາກຂາມປ້ອມ ແລະ ວາຍໝານອດ ໂດຍນຳໃຊ້ວັດຖຸດິບພາຍໃນປະເທດ.

    ພາຍຫຼັງມີການລະບາດຂອງພະຍາດໂຄວິດ-19 ບໍລິສັດໄດ້ມີການຄົ້ນຄວ້າ ແລະ ຮ່ວມມືກັບສະຖາບັນຢາພື້ນເມືອງ ເພື່ອຄົ້າຄວ້າຜະລິດເປັນເຫຼົ້າ ແລະ ຢາແຄັບຊູນທີ່ຜະລິດຈາກກະຊາຍຂາວ ທີ່ສາມາດສ້າງພູມຄຸ້ມກັນໃນການຕ້ານໂຄວິດ-19 ພາຍຫຼັງຜະລິດ ແລະ ທົດລອງນຳໃຊ້ ເຫັນວ່າໄດ້ຮັບຜົນດີພໍສົມຄວນ ແລະ ໄດ້ຮອງຮັບຈາກ 3 ແຂວງພາກໃຕ້ໃນການນຳໃຊ້ຜະລິດຕະພັນຈາກກະຊາຍຂາວປິ່ນປົວຜູ້ຕິດເຊື້ອໂຄວິດ-19 ປັດຈຸບັນ ບັນດາຜະລິດຕະພັນຂອງບໍລິສັດໄມ້ເກດສະໜາລາວ ຈຳກັດ ໄດ້ຜ່ານການຮັບຮອງຈາກກົມອາຫານ ແລະ ຢາ (ອຢ) ຈາກຂະແໜງການກ່ຽວຂ້ອງຢ່າງເປັນທາງການແລ້ວ.

     ພາຍຫຼັງຜະລິດ ແລະ ຈຳໜ່າຍສູ່ຕະຫຼາດພາຍໃນປະເທດ ໄດ້ມີຜົນຕອບຮັບດີພໍສົມຄວນ ພ້ອມກັນນັ້ນກໍໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ ສປ ຈີນ ເຫັນວ່າລູກຄ້າມີຄວາມສົນໃຈ ແລະ ມີແຜນວ່າຈະສົ່ງໄປຍັງປະເທດຈີນ ແລະ ຫວຽດນາມ ຄາດວ່າຈະໄດ້ສົ່ງອອກໃນໄວໆນີ້ ຜະລິດຕະພັນຂອງພວກເຮົາມີລາຄາເລີ່ມຕົ້ນ 10.000 ກວ່າກີບ ຫາ 500.000 ກີບ ອີງຕາມປະເພດຂອງຜະລິດຕະພັນ ບໍລິສັດໄມ້ເກດສະໜາລາວ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານຫ້ວຍເສັດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!