ແຂວງອຸດົມໄຊ ກະກຽມສຳຫຼວດ 3 ສະຖານທີ່ເປັນແຫຼ່ງທ່ອງທ່ຽວ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ຢູ່ພູຫຍ້າຄາ ເຂດຫລັກ 32 ແລະ ພູເພີ້ຍ ພູວັດປ່າ ເຂດປ່າສະຫງວນ ບ້ານນາແລ ນາສ້າວ ຫວ້ຍຂຸມ ແລະ ບ້ານທ້ຽວ ເມືອງໄຊ ລະຫວ່າງອົງການປົກຄອງແຂວງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ແລະ ບໍລິສັດຜູ້ລົງທຶນພາກເອກະຊົນ ຈັດຂຶ້ນທ້າຍອາທິດຜ່ານມານີ້ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ມີຂະແຫນງການກ່ຽວຂ້ອງຂັ້ນແຂວງ ເມືອງໄຊ ແລະ ວິຊາການຈາກ 2 ບໍລິສັດດັ່ງກ່າວ ເຂົ້າຮ່ວມ.

     ເນື້ອໃນຂອງບົດບັນທຶກໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 2 ສະບັບ ຄື ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຳຫຼວດ ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸຮັກທຳມະຊາດ ແລະ ບໍລິການດ້ານການທ່ອງທ່ຽວ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສຳປະທານພູຫຍ້າຄາ ເພື່ອພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ຕິດພັນກັບການອານຸຮັກທຳມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເນື້ອໃນລວມຂອງບົດບັນທຶກດັ່ງກ່າວແມ່ນໄດ້ກຳນົດບັນດາຫຼັກການທົ່ວໄປຢ່າງລະອຽດ ເປັນຕົ້ນແມ່ນຄຳສັບ ເປົ້າໝາຍ ຂອບເຂດຂອງໂຄງການ ອາຍຸໃນການສຶກສາ ສຳຫຼວດ ຄ່າໃຊ້ຈ່າຍ ຕະຫຼອດຮອດພັນທະ ສິດໜ້າທີ່ ແລະ ການຍົກເລີກສັນຍາ.

     ພາຍຫຼັງສໍາເລັດການຜ່ານຮ່າງບົດບັນທຶກທັງສອງສະບັບແລ້ວ ທັງສອງຝ່າຍ ໄດ້ລົງນາມໃນບົດບັນທຶກຮ່ວມກັນ ກໍຄືອົງການປົກຄອງແຂວງອຸດົມໄຊ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ພະແນກ ຖວທ ແຂວງ ເຈົ້າເມືອງໆໄຊ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ບໍລິສັດ ຫົວເຟິງ ສົ່ງເສີມກະສິກຳ ຈຳກັດ ທີ່ໄດ້ຮັບອະນຸຍາດຈາກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ໃນການສຳຫຼວດ ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາເຂດປ່າສະຫງວນພູເພີ້ຍ ແລະ ພູວັດປ່າ ໃຫ້ກາຍເປັນເຂດອານຸຮັກທຳມະຊາດ ແລະ ສະຖານທີ່ບໍລິການດ້ານການທ່ອງທ່ຽວ ແລະ ອີກສະບັບໜຶ່ງ ກໍຄືອົງການປົກຄອງແຂວງອຸດົມໄຊ ແລະ ບໍລິສັດ ຍອດນ້ຳງາ ພັດທະນາຈຳກັດຜູ້ດຽວທີ່ໄດ້ຮັບອະນຸຍາດໃນການສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນສຳປະທານພູຫຍ້າຄາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ ຕິດພັນກັບການອານຸຮັກທຳມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ພາຍຫຼັງສໍາເລັດການລົງນາມໃນບົດບັນທຶກດັ່ງກ່າວແລ້ວ ບໍລິສັດທີ່ໄດ້ຮັບອະນຸຍາດໃນການລົງທຶນ ຈະໄດ້ສືບຕໍ່ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ຈົນຄົບກຳນົດ 12 ເດືອນ ແລະ ສາມາດ ຕໍ່ໄດ້ອີກ ບໍ່ເກີນ 6 ເດືອນ ຕາມເນື້ອໃນຂອງບົດບັນທຶກ.

# ຂ່າວ & ພາບ: ເພັດສະໝອນ

 

 

error: Content is protected !!