ສານປະຊາຊົນ ເຂດ 3 ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

    ລະຫວ່າງ ວັນທີ 22-23 ກຸມພາ 2022 ຢູ່ທີ່ສານປະຊາຊົນ ເຂດ 3 ແຂວງໄຊຍະບູລີ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງຂອງຕົນຂຶ້ນ ໂດຍເປັນປະທານຮ່ວມຂອງທ່ານ ຄຳສິງ ສີບົວພັນ ປະທານສານປະຊາຊົນແຂວງໄຊຍະບູລີ ທ່ານ ພົມມາ ພົມມະຫານ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫົງສາ ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນ ເຂດ 3 ແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງສານປະຊາຊົນແຂວງ ພະນັກງານສານປະຊາຊົນ ເຂດ 3 ເຂົ້າຮ່ວມ.

    ທ່ານ ສົມໄວ ຈັນທະຜາລີ ໄດ້ຂຶ້ນລາຍງານສະພາບລວມຂອງສານປະຊາຊົນ ເຂດ 3 ແຂວງໄຊຍະບູລີໂດຍຫຍໍ້ ໂດຍສະເພາະການເຄື່ອນໄຫວວຽກງານວິຊາສະເພາະໄລຍະ 1 ປີ ຜ່ານມາ ມີຄະດີທັງໝົດ 51 ເລື່ອງ ໃນນີ້ຄະດີແພ່ງ 7 ເລື່ອງ ອາຍາ 39 ເລື່ອງ ແລະ ຄອບຄົວ 5 ເລື່ອງ (ທຽບໃສ່ປີຜ່ານມາ ຄະດີຫຼຸດລົງ 18 ເລື່ອງ) ເກີດຂຶ້ນຢູ່ 4 ເມືອງຄື: ເມືອງຫົງສາ ຄະດີອາຍາ 40 ເລື່ອງ ເມືອງເງິນ ຄະດີອາຍາ 6 ເລື່ອງ ເມືອງຊຽງຮ່ອນ ຄະດີຄອບຄົວ 1 ເລື່ອງ ແລະ ເມືອງຄອບ ມີຄະດີແພ່ງ-ອາຍາ 4 ເລື່ອງ ແກ້ໄຂສຳເລັດແລ້ວ 50 ເລື່ອງ ຫຼື ເທົ່າກັບ 98,03% (ລື່ນຄາດໝາຍຂອງແຜນການປີ) ແລະ ຍັງຄ້າງ 1 ເລື່ອງ ຄື: ຄະດີແພ່ງ.

    ໂອກາດນີ້ ໄດ້ຮັບຟັງຄຳແນະນຳຈາກຄະນະປະທານກອງປະຊຸມ ເພື່ອດຳເນີນການຂຶ້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ສານປະຊາຊົນ ເຂດ 3 ຕາມມາດຖານ ແລະ ເງື່ອນໄຂ ໂດຍໄດ້ດຳເນີນຈັດຕັ້ງປະຕິບັດການທາບທາມຮອບ 1 ຮອບ 2 ແລະ ຮອບ 3 ຫຼັງຈາກນັ້ນ ກໍໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານຈາກສານຕັ້ງ ກໍ່ຄື: ສານແຂວງ.

    ທ່ານ ຄຳສິງ ສີບົວພັນ ເນັ້ນບາງບັນຫາສຳຄັນ ໂດຍສະເພາະການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນຄັ້ງນີ້ ໃຫ້ພະນັກງານ-ລັດຖະກອນທັງໝົດທີ່ເຂົ້າຮ່ວມຕ້ອງຄໍານຶງເຖິງຄວາມເປັນຈິງ ຍົກສູງຄວາມຮັບຜິດຊອບ ຫຼີກເວັ້ນແນວຄວາມຄິດອະຄະຕິໃນການສວຍໃຊ້ໂອກາດ ໂຄ່ນລົ້ມໂຈມຕີເປົ້າໝາຍສະເໜີໃໝ່ຂອງແຕ່ລະຕໍາແໜ່ງ ແມ່ນໃຫ້ອີງໃສ່ມາດຖານ ແລະ ເງື່ອນໄຂຕາມມາດຕະຖານຂອງພະນັກງານ ນໍາພາ-ຄຸ້ມຄອງ ໂດຍມີການສົມທຽບໃສ່ກັບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ເປັນແຕ່ລະໄລຍະຕາມການມອບໝາຍຂອງການຈັດຕັ້ງ ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ເຊື່ອໝັ້ນວ່າ: ບັນດາສະຫາຍຄະນະພັກ ຄະນະນໍາຕະຫຼອດຮອດພະນັກງານ-ລັດຖະກອນຂອງສານປະຊາຊົນ ເຂດ 3 ແຂວງໄຊຍະບູລີເຮົານີ້ ຈະພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນຄັ້ງນີ້ ໃຫ້ຖືກຕ້ອງ ບັນລຸຕາມຈຸດປະສົງ ແລະ ຄາດໝາຍ ຕາມມະຕິຂອງກົມການເມືອງສູນກາງພັກໄດ້ກໍານົດໄວ້.

# ຂ່າວ & ພາບ: ບຸນມີ

error: Content is protected !!