ທົບທວນການຈັດຕັ້ງປະຕິບັດແຜນງານປະຈໍາປີ ແລະ ແຜນງານຍຸດທະສາດການຮ່ວມມືໄລຍະໃໝ່

    ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານປະຈໍາປີ 2021 ແລະ ພິທີເປີດໂຕແຜນງານຍຸດທະສາດການຮ່ວມມືໄລຍະໃໝ່ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາສົກປີ 2022-2026  ຈັດຂຶ້ນວັນທີ 24 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ຊາລິນ ຕູລາດຮາ (Shareen Tuladhar) ຜູ້ຕາງໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ມີທ່ານ ດຣ ນິແນັດ ໂມຕັສ (Dr. Nenette Motus) ຜູ້ອໍານວຍການອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IDM) ປະຈໍາພາກພື້ນອາຊີ-ປາຊີຟິກ  ບັນດາກົມ ສະຖາບັນ ສູນ ຕາງໜ້າຈາກກະຊວງ ຂະແໜງ ການ ຄູ່ຮ່ວມງານ ອົງການຈັດຕັ້ງສາກົນກ່ຽວຂ້ອງເຂົ້າຮ່ວມຜ່ານອອນລາຍ.

    ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່ ກ່າວວ່າ: ເພື່ອກໍານົດທິດທາງຍຸດທະສາດ ແຜນງານທີ່ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ລັດຖະບານ ສປປ ລາວ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ຈຶ່ງໄດ້ສ້າງແຜນຍຸດທະສາດການຮ່ວມມື ສົກປີ 2022-2026 ຂຶ້ນ ເຊິ່ງຂະບວນການສ້າງຍຸດທະສາດດັ່ງກ່າວ ກົມຮ່ວມມືສາກົນ ກຜທ ໄດ້ເຮັດໜ້າທີ່ເປັນຈຸດໃຈກາງໃນການປະສານງານ ແລະ ຈັດກອງປະຊຸມປຶກສາຫາລືຮ່າງຍຸດທະສາດດັ່ງກ່າວນໍາບັນດາກະຊວງ ຂະແຫນງການຢ່າງຄົບຖ້ວນ ເຮັດໃຫ້ຍຸດທະສາດດັ່ງກ່າວ ໄດ້ຮັບການອະນຸມັດຢ່າງເປັນທາງການຈາກລັດຖະບານ ສປປ ລາວ ໂດຍມີເປົ້າໝາຍໃນການເສີມຂະຫຍາຍ ແລະ ຍົກລະດັບການຮ່ວມມືໃນປັດຈຸບັນ ແລະ ອະນາຄົດ.

    ແຜນຍຸດທະສາດທີ່ດັ່ງກ່າວ ສ້າງຂຶ້ນພາຍໃຕ້ຂອບແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UNSDCF) ສົກປີ 2022-2026 ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ 2021-2025 ແລະ ແຜນຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19 ມູນຄ່າ 43 ລ້ານໂດລາສະຫະລັດ ແລະ ຈະສຸມໃສ່ 7 ຂົງເຂດຄື: ການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ຫຼັງວິກິດການ ການຄຸ້ມຄອງດ່ານຊາຍແດນ ແລະ ການເຂົ້າ-ອອກເມືອງ ການເຄື່ອນຍ້າຍແຮງງານ ແລະ ການພັດທະນາມະນຸດ ການເຄື່ອນຍ້າຍຖິ່ນຖານ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ການຄຸ້ມຄອງບໍລິຫານການເຄື່ອນຍ້າຍຖິ່ນຖານ ສຸຂະພາບຂອງຜູ້ເຄື່ອນຍ້າຍຖິ່ນຖານ ແລະ ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄື່ອນຍ້າຍຖິ່ນຖານ.

.

..# ຂ່າວ & ພາບ :  ວຽງມາ

error: Content is protected !!