ວັນທີ 13 ພຶດສະພາ 2020 ທີ່ເດີ່ນຫ້ອງການສາທາລະນະສຸກເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ສ້າງກິດຈະກຳລ້າງມືຊີວິດປອດໄພສາກົນ 5 ພຶດສະພາຂອງທຸກໆປີ ເຊິ່ງເປັນວັນສາກົນສົ່ງເສີມການລ້າງມື ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ພ້ອມດ້ວຍບັນດາກຳມະການພັກເມືອງ ຫົວໜ້າຫ້ອງການ-ຄະນະຫ້ອງການ ແລະ ພະນັກງານແພດໝໍ.

ທ່ານ ຄຳວິໃສ ຜຸຍຍະວົງ ໄດ້ມີຄຳເຫັນຕໍ່ກິດຈະກຳດັ່ງກ່າວວ່າ: ປະເທດລາວຂອງພວກເຮົາ ໄດ້ຖືເອົາວັນສາກົນສົ່ງເສີມການລ້າງມື 5 ພຶດສະພາ ເປັນວັນສຳຄັນ ໂດຍສະເພາະໃນໄລຍະເດືອນມີນາມາຮອດປັດຈຸບັນ ເຊິ່ງເປັນການລະບາດໃຫຍ່ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍພາຫະນະນຳເຊື້ອພະຍາດໂຄວິດ-19 ເຂົ້າສູ່ຮ່າງກາຍແມ່ນທາງມື ການສຳຜັດ ຈັບບາຍ ສະນັ້ນ ການລ້າງມືດ້ວຍນ້ຳສະອາດໃສ່ສະບູ ແມ່ນວິທີດີທີ່ສຸດໃນການປ້ອງກັນພະຍາດຕິດຕໍ່.

ມາດຕະການປ້ອງກັນຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສຳຄັນຕົ້ນຕໍ ນອກຈາກຮັກສາໄລຍະຫ່າງ 1 ແມັດຂຶ້ນໄປແລ້ວ ຕ້ອງໃສ່ຜ້າອັດປາກ-ດັງ ອະນາໄມສະຖານທີ່ ພິເສດ ລ້າງມືດ້ວຍນ້ຳສະອາດໃສ່ສະບູຫຼັງຈາກສຳຜັດກັບວັດຖຸສິ່ງຂອງ ແລະ ກຸ່ມຄົນທີ່ສ່ຽງຕໍ່ການຕິດເຊື້ອ ການລ້າງມືທຸກຄັ້ງກ່ອນ ແລະ ຫຼັງຮັບປະທານອາຫານ ຢູ່ສະຖານທີ່ບໍລິການສາທາລະນະສຸກ-ພະນັກງານແພດໝໍ ຈຶ່ງໄດ້ຖືເອົາການລ້າງມືເປັນສຳຄັນໃນການຮັກສາອາການ ແລະ ການປິ່ນປົວ ດັ່ງນັ້ນ ເພື່ອເປັນການສົ່ງເສີມປຸກລະດົມປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນ ພະນັກງານສາທາລະນະສຸກເມືອງໄຊພູທອງ ໄດ້ສ້າງຂະບວນການລ້າງມື ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆໃຫ້ມີປະສິດທິພາບສູງ ເພື່ອເປັນການຫຼຸດຜ່ອນການສົ່ງຈາກຄົນໜຶ່ງໄປຍັງອີກຄົນໜຶ່ງ ເພື່ອຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ພະຍາດຖອກທ້ອງ ໝາກແດງ ຄໍຕີບ ໄອໄກ່ ແລະ ພະຍາດອື່ນໆ.

ນອກຈາກການນຳໃຊ້ວັກຊິນແລ້ວ ກໍຍັງແມ່ນການລ້າງມືເພື່ອຊ່ວຍໃນການຈຳກັດການລະບາດໄດ້ ເພາະການລ້າງມືດ້ວຍນ້ຳສະອາດໃສ່ສະບູ ຈະຊ່ວຍກຳຈັດເຊື້ອພະຍາດອອກຈາກມື ບໍ່ວ່າຈະເປັນເຊື້ອຈຸລະໂຣກ ຫຼື ເຊື້ອຈຸລິນຊີ ກໍສາມາດເຂົ້າສູ່ຮ່າງກາຍໄດ້ ແລະ ເພື່ອເປັນການປຸກລະດົມຄົນທັງໂລກໃຫ້ມາສົນໃຈ ແລະ ເອົາໃຈໃສ່ໃນການລ້າງມືໃຫ້ຫຼາຍຂຶ້ນ ເພື່ອເປັນການເຜີຍແຜ່ໃຫ້ຄົນທັງໂລກຮູ້ ແລະ ເຂົ້າໃຈວ່າ ການລ້າງມືແມ່ນສາມາດຊ່ວຍຊີວິດໄດ້ຄືກັບຄຳຂວັນໃນປີນີ້ທີ່ໄດ້ເວົ້າວ່າ: ຊີວິຈະປອດໄພໃສ່ໃຈການລ້າງມືເລື້ອຍໆ.
# ຂ່າວ & ພາບ : ຂັນທະວີ