ສູນກາງແນວລາວສ້າງຊາດ ມອບເຄື່ອງຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າ

    ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຄອບຄົວໃຈບຸນ ມອບເຄື່ອງອຸປະໂພກ ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນາແລ ແຂວງຫຼວງນໍ້າທາ ພິທີຈັດຂຶ້ນວັນທີ 22 ກຸມພາ 2022 ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນາແລ ນໍາພາໂດຍທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພະອາຈານ ພຸດທະສອນ ພ້ອມດ້ວຍທີມງານ ຕ້ອນຮັບໂດຍທ່ານ ຄໍາຈັນ ອິນທອງໄຊ ປະທານແນວລາວສ້າງຊາດແຂວງຫຼວງນ້ຳທາ ພ້ອມທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງນາແລ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 200 ກວ່າຄົນ.

    ທ່ານ ທອງພັນ ຮັກຈະເລີນ ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ຂື້ນຜ່ານປະຫວັດຄວາມເປັນມາ ແລະ ສະພາບຈຸດພິເສດຂອງໂຮງຮຽນສາມັນກິນນອນຊົນເຜົ່າໂດຍຫຍໍ້ ໂຮງຮຽນໄດ້ສ້າງຕັ້ງຂື້ນໃນວັນທີ 1 ກັນຍາ 2002 ຢູ່ທີ່ບ້ານເລົາ ເມືອງນາແລ ໃນເມື່ອກ່ອນເອີ້ນວ່າໂຮງຮຽນເດັກກໍາພ້າ ປີ 2006 ຈົນເຖິງປັດຈຸບັນ ແມ່ນຍ້າຍມາຕັ້ງຢູ່ບ້ານດອນຊາຍ ເມືອງນາແລ ໃນສົກຮຽນ  2021-2022  ມີຄູ-ອາຈານທັງໝົດ 13 ຄົນ ຍິງ 6 ຄົນ ມີນັກຮຽນທັງໝົດ 160 ຄົນ ຍິງ 83 ຄົນ ມີ 4 ຊັ້ນຮຽນ ແຕ່ ມໍ4 – ມໍ7 ນັກຮຽນມີ 48 ບ້ານ ມາຈາກຄອບຄົວທີ່ທຸກຍາກຂາດເຂີນ ແລະ ກໍາພ້າກຳພອຍ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ:ຜ້າຫົ່ມ 173 ຜືນ ເສື້ອກັນໜາວ 161 ຜືນ ເສື້ອຂາວນັກຮຽນ 90 ຜືນ ໂສ້ງນັກຮຽນ 33 ຜືນ ສີ້ນນັກຮຽນ 51 ຜືນ ອຸປະກອນການຮຽນ ອຸປະກອນກີລາ ເຄື່ອງໃຊ້ຄົວເຮືອນ ແລະ ອາຫານແຫ້ງຈໍນວນໜຶ່ງ ລວມມູນຄ່າທັງໝົດ 35.000.000 ກີບ ຈາກນັ້ນ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າກ່າວມອບເຄື່ອງໃຫ້ກັບໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ຕາງໜ້າຮັບໂດຍທ່ານ ທອງພັນ ຮັກຈະເລີນ ຜູ້ອໍານວຍການໂຮງ ຮຽນສາມັນກິນນອນຊົນເຜົ່າ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!