ເມືອງຫາດຊາຍຟອງ ເປັນເມືອງທີ 7 ທີ່ຢຸດຕິການຖ່າຍຊະຊາຍ

    ພິທີປະກາດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນເມືອງຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ຈັດຂຶ້ນວັນທີ 23 ກຸມພາ 2022 ທີ່ຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ເປັນປະທານຂອງທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ມີທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ຜູ້ຊີ້ນຳເມືອງຫາດຊາຍຟອງ ທ່ານ ນາງ ນາລີ ຂັນທະລັກ ຮອງຫົວໜ້າພະແນກສາທາລະນະສຸກ ນວ ທ່ານນາງ ມະນີຄອນ ວົງພະເທບ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ພ້ອມບັນດານາຍບ້ານ 60 ບ້ານເຂົ້າຮ່ວມ.  

    ທ່ານ ນາງ ນາລີ ຂັນທະລັກ ກ່າວວ່າ:ໃນຊຸມປີຜ່ານມາ ທາງພະແນກສາທາລະນະສຸກ ນວ ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພ້ອມດ້ວຍເຈົ້າເມືອງ ແລະ ຫ້ອງການສາທາລະນະສຸກເມືອງ 9 ເມືອງ ໃນນະຄອນຫຼວງວຽງຈັນ ໄດ້ມີການເອົາໃຈໃສ່ຢ່າງຕັ້ງໜ້າ ກ່ຽວກັບວຽກງານສຸຂານາໄມ ເພື່ອສົ່ງເສີມວຽກງານການຢຸດຕິການຖ່າຍຊະຊາຍ ເຊິ່ງວຽກງານສຸຂານາໄມເປັນວຽກທີ່ສຳຄັນ ເປັນບູລິມະສິດຂອງກະຊວງສາທາລະນະສຸກ ທີ່ເອົາໃຈໃສ່ເປັນພິເສດກໍຄືແຜນພັດທະນາວຽກງານສາທາລະນະສຸກ ນວ ເພື່ອປະຕິບັດຕາມນະໂຍບາຍດ້ານສາທາລະນະສຸກດັ່ງກ່າວ ໄດ້ເລີ່ມປະຕິບັດວຽກງານຊຸມຊົນ ເປັນເຈົ້າການດ້ານສຸຂານາໄມມາແຕ່ປີ 2019 ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານ ບັນດາພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຈຶ່ງສາມາດປະກາດເມືອງຫາດຊາຍຟອງເປັນເມືອງຢຸດຕິການຖ່າຍຊະຊາຍ ແລະ ເປັນເມືອງທີ 7 ຂອງນະຄອນຫຼວງວຽງຈັນ ເຊິ່ງມີຈຳນວນ 60 ບ້ານ ມີຄອບຄົວທີ່ມີວິດຖ່າຍ 21.950 ຄອບຄົວ ກວມເອົາ 100% ຂອງຈຳນວນຄອບຄົວທົ່ວເມືອງຫາດຊາຍຟອງ.

#  ຂ່າວ – ພາບ : ຊິລິການດາ

error: Content is protected !!