ມັນດ້າງມີປະໂຫຍດດີໆຕໍ່ຮ່າງກາຍ ຕ້ານມະເຮັງ-ຫຼຸດນ້ຳຕານໃນເລືອດ

    ມັນດ້າງ ຖືເປັນພຶດຊະນິດໜຶ່ງທີ່ຫຼາຍໆຄົນນິຍົມນຳມາຮັບປະທານ ແຕ່ທ່ານອາດຄົງຍັງບໍ່ຮູ້ວ່າມັນດ້າງປະກອບມີສານອາຫານຫຼາຍຢ່າງທີ່ສ້າງຄຸນປະໂຫຍດຕໍ່ຮ່າງກາຍຢ່າງຫຼວງຫຼາຍ ມື້ນີ້ ທາງເພຈຂອງພວກເຮົາຈະມານຳສະເໜີໃຫ້ຮູ້ເຖິງຄຸນປະໂຫຍດຂອງມັນດ້າງ.

    ສານອາຫານໃນມັນດ້າງ ປະກອບມີໄຟເບີ ແລະ ວິຕາມິນ ໃນມັນດ້າງມີວິຕາມິນຫຼາຍຊະນິດໄດ້ແກ່: ວິຕາມິນເອ ວິຕາມິນຊີ ວິຕາມິນບີ 5 ວິຕາມິນບີ 6 ວິຕາມິນອີ ນອກຈາກນັ້ນ ຜູ້ບໍລິໂພກມັນດ້າງຍັງຈະໄດ້ຮັບແຮ່ທາດທີ່ມີປະໂຫຍດ ຊ່ວຍໃນການບຳລຸງຮ່າງກາຍອີກຫຼາຍຊະນິດ ໂດຍສະເພາະແຮ່ທາດໂພແທສຊຽມ ແມງການີສ ທອງແດງ ໄນອາຊິນ (Niacin) ສານຕ້ານອະນຸມູນອິດສະຫຼະ.

    ນອກຈາກນີ້ ມັນດ້າງຍັງເປັນພືດໄຂມັນໜ້ອຍເຖິງໜ້ອຍຫຼາຍ ໂດຍມັນດ້າງດິບ 100 ກຣາມ ຈະມີປະລິມານໄຂມັນຢູ່ພຽງແຕ່ 0,1 ກຣາມເທົ່ານັ້ນ.

   ສຳລັບຄຸນປະໂຫຍດຂອງ “ມັນດ້າງ”

    1) ບຳລຸງສາຍຕາ ມັນດ້າງມີສານເບຕ້າແຄໂຣທີນ ເຊິ່ງເປັນກຸ່ມສານຕ້ານອະນຸມູນອິດສະຫຼະທີ່ພົບໄດ້ໃນຜັກ ແລະ ໝາກໄມ້ທີ່ມີສີເລືອງ ເມື່ອເຂົ້າສູ່ຮ່າງກາຍແລ້ວ ສານເບຕ້າແຄໂຣທີນຈະແປປ່ຽນເປັນວິຕາມິນເອ ເຊິ່ງເປັນສານອາຫານສຳຄັນທີ່ຊ່ວຍບຳລຸງສາຍຕາກະຕຸ້ນການເຮັດວຽກຂອງຕົວຮັບແສງໃນດວງຕາ ແລະ ຍັງມີແອນໂທໄຊຍານິນ (Anthocyanin) ທີ່ຊ່ວຍຫຼຸດຄວາມເສຍຫາຍຂອງເຊວຢູ່ທີ່ດວງຕາອີກດ້ວຍ.

    2) ຕ້ານມະເຮັງ ມັນດ້າງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ໜຶ່ງໃນນັ້ນຄືແຄໂຣທີນອຍ (Carotenoid) ເຊິ່ງຈາກຜົນວິໄຈພົບວ່າ ການຮັບປະທານອາຫານທີ່ມີສານແຄໂຣທີນອນ ມີສ່ວນຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງໄດ້ ຫຼື ຖ້າຫາກເປັນມັນດ້າງສີມ່ວງຈະມີແອນໂທໄຊຍານິນ ທີ່ມີສ່ວນຫຼຸດໂອກາດໃນການເປັນມະເຮັງລຳໄສ້ໃຫຍ່ ຫຼື ມະເຮັງທະວານໜັກ.

    3) ດີຕໍ່ລຳໄສ້ ມັນດ້າງມີໄຟເບີ້ 2 ຊະນິດໄດ້ແກ່: ໄຟເບີ້ຊະນິດລະລາຍນ້ຳໄດ້ ແລະ ໄຟເບີ້ຊະນິດທີ່ລະລາຍນ້ຳບໍ່ໄດ້ ໂດຍໄຟເບີ້ແບບລະລາຍນ້ຳໄດ້ຈະເຂົ້າໄປດູດຊັບນ້ຳໃນລະບົບທາງເດີນອາຫານ ແລະ ເຮັດໃຫ້ອາຈົມອ່ອນຕົວລົງ ປ້ອງກັນອາການທ້ອງຜູກ ແລະ ເມື່ອໄຟເຍີ້ທັງ 2 ຊະນິດມີການປະສົມປະສານກັບກຸ່ມແບັດທີເຣຍຊັ້ນດີໃນລຳໄສ້ກໍຈະໄປກະຕຸ້ນໃຫ້ເກີດການຜະລິດສານປະກອບຊະນິດກົດໄຂມັນສາຍສັ້ນເພື່ອເປັນພະລັງງານໃນລຳໄສ້ເຮັດໃຫ້ລຳໄສ້ແຂງແຮງ ຍ່ອຍອາຫານ ແລະ ດູດຊຶມສານອາຫານໄດ້ດີຂຶ້ນ.

     4) ຫຼຸດຄວາມສ່ຽງຂອງພາວະຂາດວິຕາມິນເອ ວິຕາມິນເອ ເປັນວິຕາມິນສຳຄັນທີ່ສ່ວນຊ່ວຍບຳລຸງໃຫ້ລະບົບພູມຄຸ້ມກັນແຂງແຮງ ຕ້ານການອັກເສບຂອງເຊວ ທັງຍັງຊ່ວຍບຳລຸງສາຍຕານຳອີກ ຜູ້ທີ່ມີຄວາມສ່ຽງຂອງພາວະຂາດວິຕາມິນເອ ຄວນຢ່າງຍິ່ງທີ່ຈະຮັບປະທານມັນດ້າງ ເນື່ອງຈາກເປັນພືດທີ່ໃຫ້ວິຕາມິນເອສູງ ເພາະການຮັບປະທານມັນດ້າງຕົົ້ມ ຫຼື ອົບພຽງ 100-200 ກຣາມ ຮ່າງກາຍຈະໄດ້ຮັບປະລິມານຂອງວິຕາມິນເອລະຫວ່າງ 400-769 ສ່ວນຮ້ອຍຕໍ່ປະລິມານວິຕາມິນເອທີ່ຮ່າງກາຍຄວນໄດ້ຮັບໃນແຕ່ລະມື້ ເຊິ່ງຫຼາຍພໍທີ່ຈະຊ່ວຍປ້ອງກັນຄວາມສ່ຽງຂອງການຂາດວິຕາມິນເອໄດ້.

    5) ຄວບຄຸມລະດັບນໍ້າຕານໃນເລືອດ ເຖິງແມ່ນວ່າມັນດ້າງອາດເປັນອາຫານຈຳພວກແປ້ງ ຫຼື ຄາໂບໄຮເດຣດ ແຕ່ກໍເປັນອາຫານທີ່ໃຫ້ໄຟເບີສູງ ເຊິ່ງປະລິມານໄຟເບີທີ່ສູງນີ້ ເມື່ອເຂົ້າສູ່ຮ່າງກາຍແລ້ວຈະເຮັດໃຫ້ການເຜົາຜານແປ້ງໄດ້ຊ້າລົງ ເມື່ອຄາໂບໄຮເດຣດເຜົາຜານໄດ້ຊ້າລົງ ລະດັບນ້ຳຕານກລູໂຄສໃນເລືອດກໍຫຼຸດລົງໄປພ້ອມ ການກິນມັນດ້າງຈຶ່ງມີສ່ວນຊ່ວຍປ້ອງກັນຄວາມສ່ຽງຂອງລະດັບນ້ຳຕານໃນເລືອດສູງໄດ້.

    6) ຫຼຸດຄວາມດັນເລືອດ ມັນດ້າງເປັນອີກໜຶ່ງອາຫານທີ່ອຸດົມໄປດ້ວຍສານໂພແທສຊຽມ ມັນດ້າງອົບພຽງໜຶ່ງຖ້ວຍໃຫ້ສານໂພແທສຊຽມຫຼາຍເຖິງ 950 ມິນລິກຣາມ ເຊິ່ງຫຼາຍກວ່າສານໂພແທສຊຽມໃນກ້ວຍເຖິງສອງເທົ່າ ສານໂພແທສຊຽມ ນີ້ຈະຊ່ວຍເຂົ້າໄປຂະຫຍາຍຫຼອດເລືອດ ແລະ ກຳຈັດເອົາໂຊດຽມກັບຂອງແຫຼວສ່ວນເກີນອອກຈາກຮ່າງກາຍ ເຮັດໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ດີຂຶ້ນ ຫຼຸດຄວາມສ່ຽງຂອງຄວາມດັນເລືອດສູງ.

    ຂໍ້ຄວນລະວັງໃນການກິນມັນດ້າງ ໂດຍທົ່ວໄປແລ້ວ ມັນດ້າງຖືວ່າເປັນພືດທີ່ມີຄວາມປອດໄພ ສາມາດຮັບປະທານໄດ້ໂດຍບໍ່ມີອັນຕະລາຍ ແຕ່ຜູ້ທີ່ມີອາການແພ້ມັນດ້າງ ເຊິ່ງວ່າຈະພົບໄດ້ໜ້ອຍ ແຕ່ກໍຄວນຫຼີກລ່ຽງເພື່ອປ້ອງກັນບໍ່ໃຫ້ອາການແພ້ກຳເລີບຫຼາຍໄປກວ່ານັ້ນ ມັນດ້າງຍັງມີສານອັອກຊາເລັດ (Oxalate) ທີ່ເພີ່ມຄວາມສ່ຽງໃນການເປັນໜິ້ວໝາກໄຂ່ຫຼັງ ຜູ້ທີ່ເປັນພະຍາດໜິ້ວໃນໝາກໄຂ່ຫຼັງ ຫຼື ມີຄວາມສ່ຽງຈະເປັນໜິ້ວໃນໝາກໄຂ່ຫຼັງ ຄວນລະມັດລະວັງ ແລະ ຮັບປະທານມັນດ້າງໃນປະລິມານທີ່ເໝາະສົມ

    ມັນດ້າງເປັນພືດທີ່ອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດຫຼາກຫຼາຍ ແຕ່ສິ່ງສຳຄັນທີ່ຕ້ອງບໍ່ລືມກໍຄື ວິທີໃນການປຸງແຕ່ງມັນດ້າງທີ່ແຕກຕ່າງກັນ ກໍອາດຈະເຮັດໃຫ້ຄຸນປະໂຫຍດທີ່ຕ່າງກັນ ຫາກປຸງແຕ່ງມັນດ້າງກັບເຄື່ອງປຸງລົດກໍອາດຈະສ່ຽງທີ່ມັນດ້າງຈະມີໂຊດຽມ ແລະ ນ້ຳຕານໃນປະລິມານສູງໄດ້ ວິທີທີ່ດີທີ່ສຸດເພື່ອໃຫ້ໄດ້ສານອາຫານທີ່ຄົບຖ້ວນຄວນປຸງມັນດ້າງຄືການຕົ້ມແບບທຳມະດາ ຫຼື ຈະເປັນການອົບກໍໄດ້ເຊັ່ນກັນ.

# ຂ່າວ-ພາບ :  ເພັດສະໝອນ

error: Content is protected !!