ໜ້າວຽກຂອງ ກະຊວງ ຍທຂ ຄືຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

    ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະເໜີທິດທາງແຜນການລວມຂອງແຜນພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມຮອດປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງ ຍທຂ ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2022 ຈັດຂຶ້ນວັນທີ 24 ກຸມພາ 2022 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງມີບາງຕອນໃຫ້ຮູ້ວ່າ: ແຜນລົງທຶນຮອດປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກະຊວງ ຍທຂ ໄດ້ຖືກມອບໝາຍໃນການສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ປະຕິບັດ 4 ໜ້າວຽກຫຼັກ ຄື: ເປັນໃຈກາງຈັດຕັ້ງຜັນຂະຫຍາຍມາດຕະການໃນວຽກງານພັດທະນາໂຄງລ່າງເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ແລະ ເຂດການຜະລິດ ພ້ອມທັງພັດທະນາລະບົບການຂົນສົ່ງ ເຂດໂລຈິສຕິກ ແລະ ທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວເສດຖະກິດພາຍໃນ ພາກພື້ນ ບົນພື້ນຖານຫຼັກການ ມີຈຸດສຸມ ແລະ ວ່ອງໄວ. ຂະຫຍາຍພື້ນຖານໂຄງລ່າງທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດບົນຫຼັກການສ້າງລະບົບຂົນສົ່ງຫຼາຍຮູບແບບ ເລັ່ງຈັດຕັ້ງປະຕິບັດບັນດາໂຄງການທີ່ລັດຖະບານຮັບຮອງ ອະນຸມັດເຂົ້າສູ່ເຂດການຜະລິດກະສິກຳ ເຂດອຸສາຫະກຳ ແລະ ເຂດທີ່ມີໂຄງລ່າງພື້ນຖານສໍາຄັນແລ້ວເຊັ່ນ: ການຄົມມະນາຄົມທາງບົກ ທາງນ້ຳ ທາງລົດໄຟ ແລະ ທາງອາກາດ. ສ້າງເງື່ອນໄຂເພື່ອອຳນວຍຄວາມສະດວກເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການພັດທະນາ ໂຄງການເຂດອຸດສາຫະກໍາ ເຂດຕົວເມືອງ smart city ເຂດໂລຈິສຕິກ ແລະ ເຂດທ່າບົກ ເຂດບໍລິການການຄ້າປອດພາສີທີ່ມີຄວາມສາມາດຈັດຕັ້ງປະຕິບັດໃນ 2 ປີຂ້າງໜ້າ (2022-2023) ຢູ່ຕາມແລວເສດຖະກິດລາວ-ຈີນ ແລະ ເຂດການຄ້າຊາຍແດນໃຫ້ໄດ້ໄວ. ເລັ່ງພັດທະນາຜູ້ປະກອບການດ້ານການບໍລິການຂົນສົ່ງພາຍໃນໃຫ້ເຂັ້ມແຂງ ສ້າງເງື່ອນໄຂ ແລະ ນະໂຍບາຍສົ່ງເສີມໃຫ້ຂະແໜງບໍລິການຂົນສົ່ງ ຍົກປະສິດທິພາບສູງຂຶ້ນ ຫຼຸດຕົ້ນທຶນ ແລະ ຂອດຂັ້ນທີ່ເປັນອຸປະສັກໃຫ້ແກ່ການບໍລິການຂົນສົ່ງເປັນຕົ້ນ ການປັບປຸງ ມາດຕະຖານເຕັກນິກ ການນຳໃຊ້ວັດສະດຸພາຍໃນເຂົ້າໃນການກໍ່ສ້າງເພື່ອຫຼຸດຕົ້ນທຶນ ຫຼຸດຜ່ອນການນຳເຂົ້າ ແລະ ອື່ນໆ.

.

# ຂ່າວ & ພາບ: ຂັນທະວີ

error: Content is protected !!