ເພີ່ມຄວາມເປັນເຈົ້າການໃນການປະຕິບັດວຽກງານ ເພື່ອສ້າງການຫັນປ່ຽນໃໝ່ທີ່ແຂງແຮງ

    ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ພົບປະ-ໂອ້ລົມພະນັກງານກົມຄົ້ນຄວ້າ-ສັງລວມ ແລະ ກົມເລຂາ ຫສນຍ ວັນທີ 23 ກຸມພາ 2022 ໂດຍໄດ້ຮຽກຮ້ອງພະນັກງານກົມຄົ້ນຄວ້າ-ສັງລວມ ແລະ ກົມເລຂາ ພ້ອມກັນບຸກທະລຸສ້າງບາດ ກ້າວຫັນປ່ຽນໃໝ່ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ຄື: ເພີ່ມຄວາມເປັນເຈົ້າການຂອງຕົນເພື່ອສ້າງການຫັນປ່ຽນໃໝ່ທີ່ແຂງແຮງ ປັບປຸງສະພາບແວດລ້ອມພາຍໃນອົງການໃຫ້ມີບັນຍາກາດທີ່ດີຢ່າງຕໍ່ເນື່ອງ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ໂຄງປະກອບບຸຄະລາກອນໃຫ້ແທດເໝາະກັບຕຳແໜ່ງງານ ແລະ ຄວາມຮູ້ຄວາມສາມາດ ຄຽງຄູ່ກັບການກໍ່ສ້າງພະນັກງານກັບທີ່ ຊອກໃຫ້ເຫັນໄດ້ວຽກດີ-ຄົນເກັ່ງ ວຽກຈິງ-ຄົນແທ້ ການສ້າງຄວາມເປັນແບບຢ່າງນຳໜ້າ ແລະ ບຸກທະລຸການຫັນປ່ຽນໃໝ່ ເລີ່ມຈາກການນຳແຕ່ລະຂັ້ນພາຍໃນກົມ ພ້ອມກັນເດັດດ່ຽວບຸກທະລຸແຕ່ລະດ້ານຢ່າງຈິງຈັງ ວຽກງານທີ່ຕິດພັນກັບຄວາມຮັບຜິດຊອບຂອງໃຜ ຜູ້ນັ້ນຕ້ອງເປັນເຈົ້າການແທ້ ບໍ່ໃຫ້ມີແນວຄິດລໍຖ້າແຕ່ຄໍາສັ່ງຈຶ່ງເຮັດ ຕ້ອງເຂັ້ມງວດໃນການປະຕິບັດລະບຽບວິໄນ ລວມທັງລະບຽບການ ກົນໄກການເຮັດວຽກຂອງ ຫສນຍ ສະບັບເລກທີ 546/ຫສນຍ ລົງວັນທີ 11 ພະຈິກ 2021 ທຸກການຈັດຕັ້ງປະຕິບັດວຽກງານຕ້ອງມີການຕິດຕາມ ກວດກາ ຊຸກຍູ້ ສະຫຼຸບຕີລາຄາ ປະເມີນຜົນ ຖອດຖອນບົດຮຽນ ແລະ ລາຍງານເປັນປົກກະຕິ.

    ສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ຈິງໃຈຕຳນິຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍການສ້າງຄວາມເປັນເອກະພາບດ້ານຕ່າງໆ ເປັນຕົ້ນຄວາມເປັນເອກະພາບດ້ານແຜນການ ການວາງໂຄງປະກອບການຈັດຕັ້ງ ແລະ ບຸຄະລາກອນ ຄວາມເປັນເອກະພາບໃນການແກ້ໄຂບັນຫາທີ່ລະອຽດອ່ອນດ້ານຕ່າງໆ ເມື່ອມີຄວາມເປັນເອກະພາບກັນແລ້ວ ກໍຕ້ອງມີຄວາມຮັບຜິດຊອບຕໍ່ຜົນໄດ້ ຜົນເສຍໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເພື່ອສ້າງບາດລ້ຽວໃໝ່ໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ບົນຈິດໃຈຮັບປະກັນ ຫສນຍ ເຮັດສຳເລັດໜ້າທີ່ຕາມຄຳຂວັນ 3 ດີຂອງຕົນ ຄື: ເສນາທິການທີ່ດີ ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ທັງເປັນອົງການທີ່ມີຄວາມທັນສະໄໝ ວ່ອງໄວ ທັນການ ສົມກັບເປັນໃຈກາງການປະສານງານ ເປັນຜູ້ບໍລິການຮັບໃຊ້ຂັ້ນເທິງ ແລະ ປະຊາຊົນຢ່າງແທ້ຈິງ.

# ຂ່າວ-ພາບ : ສະບາໄພ   

error: Content is protected !!