ໄຂຢ່າງເປັນທາງການ ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ

    ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດປະຈໍາປີ 2022 ຈັດຂຶ້ນວັນທີ 24-25 ກຸມພາ 2022 ໃນຮູບແບບເຊິ່ງໜ້າ ແລະ ຜ່ານວິດີໂອທາງໄກ ເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ມີບັນດາທ່ານຮອງລັດຖະມົນຕີ ຮອງເຈົ້າແຂວງ 17 ແຂວງ ແລະ ນະຄອນຫຼວງ ບັນດາກົມ ສະຖາບັນ ກອງວິຊາການ ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ຕາງໜ້າບັນດາກະຊວງອ້ອມຂ້າງ.

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາ ປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ຍທຂ ໄລຍະ 3 ປີ ແຕ່ປີ 2019 ຫາ ປີ 2021 ຜ່ານມາ ຄົ້ນຄວ້າສ້າງແຜນການຈັດຕັ້ງປະຕິບັດແຜນພັດທະນາວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮອດປີ 2023 ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສາມສ້າງຂອງກະຊວງ ທີ່ຕິດພັນກັບການແບ່ງຄວາມຮັບຜິດຊອບລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ໄດ້ເອກະພາບກັນໃນກອງປະຊຸມ ຍທຂ ທົ່ວປະເທດ ປີ 2018 ທີ່ຜ່ານມາ ຄົ້ນຄ້ວາວຽກງານທີ່ເປັນຈຸດສຸມບູລິມະສິດຂອງຂະແໜງການ ຍທຂ ໃນຊຸມປີຕໍ່ໜ້າ ໂດຍອີງຕາມຈຸດປະສົງຂ້າງເທິງນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກໍານົດເປັນແຕ່ລະຫົວຂໍ້ ເພື່ອພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ປະກອບຄຳຄິດຄຳເຫັນໃສ່ 8 ຫົວຂໍ້ດັ່ງນີ້: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ບັນດາວຽກພົ້ນເດັ່ນ ໃນໄລຍະປີ 2019-2021 ຂອງກະຊວງ ຍທຂ ທິດທາງແຜນການລວມຂອງແຜນພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມຮອດປີ 2023 ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງ ຍທຂ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບວຽກງານ ຍທຂ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ການພັດທະນາຂີດຄວາມສາມາດພະນັກງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ມີຄວາມຊໍານານງານ ກາຍເປັນມືອາຊີບເທື່ອລະກ້າວ ສະຫຼຸບຕີລາຄາວຽກງານການກໍ່ສ້າງ ປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງ ທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນຂອງ ສປປ ລາວ ພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ຄົງທົນ ເປັນມິດກັບສິ່ງແວດລ້ອມ ກ້າວໄປສູ່ຕົວເມືອງໜ້າຢູ່ ແລະ ທັນສະໄໝ ກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບໃນ ສປປ ລາວ ຕິດພັນກັບການຍົກລະດັບການບໍລິການດ້ານຂົນສົ່ງ ການຄຸ້ມຄອງຊັບສິນທາງຫຼວງ ໃຫ້ສາມາດຄົງທົນຕໍ່ການປ່ຽນແປງສະພາບດິນຟ້າອາກາດ ມີຄວາມຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!