ເບຍລາວ-ສະມາຄົມນັກທຸລະກິດຮ້ານອາຫານລາວ ເປີດລະດູການແຂ່ງຂັນກີລາ

    ບໍລິສັດ ເບຍລາວ ຈໍາກັດ ຮ່ວມກັບສະມາຄົມນັກທຸລະກິດຮ້ານອາຫານລາວ ຈັດແຂ່ງຂັນກີລາບານເຕະມິດຕະພາບ ນັດເປີດລະດູການປີ 2022 ຂຶ້ນວັນທີ 22 ກຸມພາ 2022 ຢູ່ສະໜາມກີລາບານເຕະສັບພະວິຊາ ໂດຍມີທ່ານ ເຮັນຣິກ ໂຈເອລ ແອນເດີສັນ ຜູ້ອຳນວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານບໍລິສັດ ຄະນະບໍລິຫານສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ສະມາຊິກ ເຂົ້າຮ່ວມ.

    ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານຫານລາວ ກ່າວວ່າ: ກິດຈະກໍາບານເຕະມິດຕະພາບຄັ້ງນີ້ ເປັນນັດເປີດລະດູການ ປະຈໍາປີ 2022 ເຊິ່ງສະມາຄົມຈັດຂຶ້ນເປັນປະເພນີສືບທອດມາ 9 ປີແລ້ວ ແຕ່ 2 ປີຜ່ານມາ ບໍ່ໄດ້ເຄື່ອນໄຫວເຕັມທີ່ ເນື່ອງຈາກປະສົບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນ ພັກ-ລັດ ໄດ້ມີນະໂຍບາຍຜ່ອນຜັນ ສາມາດຫຼິ້ນກີລາກາງແຈ້ງໄດ້ ສະມາຄົມຈຶ່ງຖືເອົາໂອກາດດັ່ງ ກ່າວ ເພື່ອມາແລກປຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບບັນຫາຄວາມຫຍຸ້ງຍາກຂອງຜູ້ປະກອບການຮ້ານອາຫານໃນນະຄອນຫຼວງວຽງຈັນ ແລະ ຮ້ານອາຫານເມືອງວັງວຽງ ຮ່ວມກັບບໍລິສັດ ເບຍລາວ ຈໍາກັດ ພາຍໃຕ້ຫົວຂໍ້ “ຕ້ອງປັບຕົວເອງໃຫ້ເຂົ້າກັບສະພາບແວດລ້ອມໃຫ້ໄດ້ ດຳເນີນທຸລະກິດໃຫ້ລອດ ພາຍໃຕ້ລະບຽບກົດໝາຍຂອງ ສປປ ລາວ” ການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ ເປັນນິມິດໝາຍສຳຄັນເພື່ອຕ້ອນຮັບວັນແມ່ຍິງສາກົນ ແລະ ເປັນການເປີດສາຍພົວພັນມິດຕະພາບໃນການຂະຫຍາຍສະມາຊິກສະມາຄົມອອກສູ່ຕ່າງແຂວງ ເຕົ້າໂຮມນັກທຸລະກິດຮ້ານອາຫານລາວ ຄູ່ຮ່ວມທຸລະກິດເບຍລາວ ໃຫ້ມີຄວາມເຂັ້ມແຂງ ພ້ອມກັນກ້າວເດີນ ຜ່ານຜ່າອຸປະສັກ ວິກິດເສດຖະກິດຄັ້ງນີ້ໄປພ້ອມໆກັນ.

    ທ່ານ ເຮັນຣິກ ໂຈເອລ ແອນເດີສັນ ໄດ້ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມກິດຈະກໍາຄັ້ງນີ້ ແລະ ເຊື່ອໝັ້ນວ່າ ແຕ່ນີ້ໄປ ບັນດາຮ້ານອາຫານຈະສາມາດເປີດບໍລິການຢ່າງເປັນປົກກະຕິ ແລະ ມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເລື້ອຍໆ ການຈັດກິດຈະກຳຄັ້ງນີ້ ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ ແລະ ເຕັມໄປດ້ວຍ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ເຊິ່ງຜົນການແຂ່ງຂັນ ທັງສອງພາກສ່ວນບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນແບບສຸດມ່ວນມັນ 3-3 ປະຕູ. 

# ຂ່າວ-ພາບ : ສະບາໄພ 

error: Content is protected !!