ປີຜ່ານມາ ມີນັກໂທດໄດ້ຮັບການໃຫ້ອະໄພຍະໂທດຫຼາຍກວ່າ 2.400 ຄົນ

    ການອະໄພຍະໂທດ ແມ່ນການປະຕິບັດນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຕາມລັດຖະດຳລັດຂອງປະທານປະເທດ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຂອງແຕ່ລະປີ ຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ກໍໄດ້ຈັດຕັ້ງພິທີປະຕິບັດນະໂຍບາຍການໃຫ້ອະໄພຍະໂທດແກ່ນັກໂທດຕາມລັດຖະດຳລັດຂອງປະທານປະເທດຢ່າງຖືກຕ້ອງ ແລະ ທັນການ.

    ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ຜູ້ປະຈໍາການ ໄດ້ຜ່ານບົດສະຫຼຸບລາຍງານວຽກງານອະໄພຍະໂທດປະຈໍາປີ 2021 ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2022 ຈັດຂຶ້ນໃນວັນທີ 23 ກຸມພາ 2022 ວ່າ:  ບັນດາຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ທັງຮັບປະກັນໄດ້ຄວາມຖືກຕ້ອງ ສອດຄ່ອງ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຊຶ່ງສະແດງອອກຄື: ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຕາມລັດຖະດຳລັດຂອງປະທານປະເທດ ປະຈໍາປີ 2021 ທັງໝົດມີ 2.403 ຄົນ ຍິງ 351 ຄົນ ຕ່າງປະເທດ 27 ຄົນ ຍິງ 5 ຄົນ ໃນນັ້ນ ມີນັກໂທດທີ່ໄດ້ເງື່ອນໄຂຫຼຸດຜ່ອນໂທດ 2.005 ຄົນ ຍິງ 281 ຄົນ ນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ 12 ຄົນ ຍິງ 3 ຄົນ ນັກໂທດປະຫານຊີວິດໄດ້ຮັບອະໄພຍະໂທດມາເປັນໂທດຕະຫຼອດຊີວິດ 25 ຄົນ ແລະ ນັກໂທດປ່ອຍຕົວໃນໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ມີ 361 ຄົນ ຍິງ 58 ຄົນ. ພ້ອມນັ້ນ ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ພະແນກຍຸຕິທຳໃນຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2021 ໄດ້ຈໍານວນ 4.901.721.000 ກີບ ເງິນຕາຕ່າງປະເທດ 750.000 ບາດ 700 ໂດລາ ໃນນັ້ນ ຄ່າເສຍຫາຍທາງແພ່ງ ຈໍານວນ 866.862.000 ກີບ ໄດ້ມອບຄືນໃຫ້ໂຈດທາງແພ່ງແລ້ວ ຈຳນວນ 811.424.000 ກີບ ຍັງຄ້າງມອບໃຫ້ໂຈດທາງແພ່ງ ຈໍານວນ 55.438.000 ກີບ ຊຶ່ງພາກສ່ວນກ່ຽວຂ້ອງຈະສືບຕໍ່ມອບໃຫ້ໂຈດທາງແພ່ງ ຄ່າປັບໃໝທາງອາຍາ ຈຳນວນ 4.034.859.000 ກີບ ຖອກເຂົ້າຄັງເງິນແຫ່ງຊາດແລ້ວຈຳນວນ 2.116.234.000 ກີບ ຍັງຄ້າງຖອກເຂົ້າຄັງເງິນແຫ່ງຊາດ ຈໍານວນ 1.918.625.000 ກີບ ຊຶ່ງພາກສ່ວນຮັບຜິດຊອບຍັງຈະສືບຕໍ່ມອບເຂົ້າງົບປະມານຂອງລັດຕາມລະບຽບຫຼັກການ ນອກຈາກນັ້ນ ຍັງຍົກໃຫ້ເຫັນດ້ານອ່ອນຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຕົກໄປໃນປີ 2022 ນີ້.

# ຂ່າວ-ພາບ :  ເພັດສະໝອນ

error: Content is protected !!