ວັນທີ 14 ພຶດສະພາ 2020 ນີ້ ທີ່ອົງການກາແດງລາວ ທ່ານ ອາດີສັກ ອຸປະຖຳພັນ ຫົວໜ້າບໍລິສັດ ແຫຼມທອງການຄ້າ ຜູ້ນຳເຂົ້າຜະລິດຕະພັນເນສເລ່ ໃນ ສປປ ລາວ ໄດ້ນຳເອົາເງິນຈຳນວນ 300.000 ບາດ ຫຼືປະມານ 83 ລ້ານກີບ ມອບໃຫ້ອົງການກາແດງລາວ ເພື່ອຕ້ານໄພໂຄວິດ-19 ທີ່ກະລັງລະບາດໃນທົ່ວໂລກ ກ່າວຮັບໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີຕາງໜ້າທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ສະແດງຄວາມຂອບໃຈບໍລິສັດ ແຫວມທອງການຄ້າ ທີ່ມີຄວາມເປັນຫ່ວງເປັນໄຍສູຂະພາບຂອງປະຊາຊົນລາວບັນດາເຜົ່າ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວ ໃຊ້ເຂົ້າໃນວຽກງານຕ່າງໆທີ່ສຳຄັນ ເຊັ່ນ: ຊື້ຢາພົ່ນຂ້າເຊື້ອພະຍາດໂຄວິດ-19 ຈັດກິດຈະກຳໂຄສະນາໃຫ້ຄວາມຮູ້ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ.



# ຂ່າວ & ພາບ: ວຽງມາ