ບົວລະພາກະສິກຳ-ປ່າໄມ້ ໄດ້ຮັບຄວາມສົນໃຈຈາກລູກຄ້າຫຼາຍພໍສົມຄວນໃນງານ Made in Laos

    ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ ຈຳກັດ ໃຫ້ສຳພາດໃນໂອກາດເຂົ້າຮ່ວມງານດັ່ງກ່າວວ່າ ບໍລິສັດບົວລະບົວລະພາກະສິກຳ-ປ່າໄມ້ ຈຳກັດ ເປັນບໍລິສັດທີ່ຜະລິດເຟີນີເຈີສົ່ງອອກມາຫຼາຍກວ່າ 20 ປີ ແລະ ສົ່ງອອກຫຼາຍກວ່າ 20 ປະເທດໃນໂລກ ມາຮອດປີ 2021 ໄດ້ເລີ່ມສົ່ງຜະລິດຕະພັນໄມ້ອັດທີ່ຜະລິດຈາກໄມ້ປູກອອກສູ່ຕະຫຼາດຕ່າງປະເທດເຊັ່ນ ປະເທດອົດສະຕຣາລີ ອິນເດຍ ແລະ ໄທ ພ້ອມກັນນັ້ນ ຍັງເປັນທີ່ຍອມຮັບທາງດ້ານຄຸນນະພາບໃນຕະຫຼາດເອີຣົບ ສ່ວນຕະຫຼາດພາຍໃນແມ່ນຈຳໜ່າຍປະມານ 5% ແລະ ຄາດວ່າຖ້າມີການຫຼຸດຜ່ອນການນໍາໄມ້ອັດຈາກຕ່າງປະເທດ ຜູ້ຊົມໃຊ້ພາຍໃນຈະຫັນມາໃຊ້ຜະລິດຕະພັນໄມ້ອັດທີ່ຜະລິດຈາກໄມ້ປູກບໍລິສັດຂອງພວກເຮົາຕື່ມອີກ.

    ພາຍຫຼັງບໍລິສັດບົວລະພາກະສິກຳ-ປ່າໄມ້ ຈຳກັດ ໄດ້ເປີດໂຮງງານຜະລິດໄມ້ອັດໃນກາງປີຜ່ານມາ ຕາມແຜນການ ປີໜຶ່ງຈະຜະລິດໄດ້ 50.000 ແມັດກ້ອນ ແຕ່ປັດຈຸບັນ ໂຮງງານຜະລິດໄມ້ອັດສາມາດຜະລິດໄດ້ພຽງແຕ່ 60% ຄາດວ່າທ້າຍປີນີ້ ຈະຜະລິດໄດ້ 100% ໄລຍະຜ່ານມາ ການສົ່ງອອກຜະລິດຕະພັນຍັງບໍ່ໄດ້ຫຼາຍເທົ່າທີ່ຄວນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງອອກພົບຄວາມຫຍຸ້ງຍາກ ແລະ ຫຼຸດລົງຈຳນວນຫຼາຍ ໃນປິຕໍ່ໄປ ອາດຈະມີການສົ່ງອອກເພີ່ມຂຶ້ນ ເພາະວ່າມີລູກຄ້າມີການສັ່ງຈອງຜະລິດຕະພັນເພີ່ມຂຶ້ນ ບັນດາວັດຖຸດິບທີ່ນຳເຂົ້າໂຮງງານ ລ້ວນແຕ່ຜະລິດຈາກໄມ້ປູກທັງໝົດ ປັດຈຸບັນ ບໍລິສັດມີສວນໄມ້ປູກໃນ 5.000 ກວ່າເຮັກຕາ ໃນ 4 ແຂວງຄື ນະຄອນຫຼວງວຽງຈັນ ວຽງຈັນ ໄຊຍະບູລີ ແລະ ໄຊສົມບູນ ແລະ ຈະສືບຕໍ່ຂະຫຍາຍພື້ນທີ່ປູກໄປເລື້ອຍໆ ໂດຍມີເນື້ອທີ່ປູກຮ່ວມປະຊາຊົນເຊັ່ນ ດິນຂອງປະຊາຊົນ ແລ້ວປູກຮ່ວມກັບບໍລິສັດ ແລະ ຈຳນວນໜຶ່ງແມ່ນປູກໃນປ່າຜະລິດທີ່ລັດຖະບານອອກກົດໝາຍ ໂດຍສາມາດປູກໄມ້ໃນປ່າຜະລິດທີ່ຊຸດໂຊມ ໂດຍໄດ້ປູກມາແລ້ວປະມານ 2.000 ເຮັກຕາ ແລະ ຈະປູກໃຫ້ຫຼາຍຂຶ້ນ ເນື່ອງຈາກວ່າໄມ້ທີ່ນຳເຂົ້າໂຮງງານຍັງບໍ່ພຽງພໍກັບຄວາມຕ້ອງການ.

    ສຳລັບງານນີ້ ເປັນງານທຳອິດພນຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ-19 ພາຍຫຼັງວາງຈຳໜ່າຍນັບແຕ່ວັນທີ 19 ກຸມພາເປັນຕົ້ນມາ ເຫັນວ່າມີຜົນຕອບຮັບຈາກລູກຄ້າຫຼາຍພໍສົມຄວນ ແລະ ບັນຍາກາດພາຍໃນງານກໍມີຄວາມຄຶກຄື້ນພໍສົມຄວນ ບັນດາຜະລິດຕະພັນຕ່າງໆກໍໄດ້ມີການພັດທະນາທາງດ້ານປະລິມານ ຄຸນນະພາບ ແລະ ການອອກແບບ ນັບທັງອາຫານການກິນ ການຫຸ້ມຫໍ່ຕ່າງໆ ນອກຈາກນີ້ ງານດັ່ງກ່າວຈະໄດ້ສົ່ງເສີມການຂາຍ ຜູ້ຜະລິດກໍຈະມີລາຍຮັບ ການແຈກຢາຍສິນຄ້າທົ່ວເຖິງ ມີການຜະລິດເພີ່ມຂຶ້ນ ພ້ອມກັນນັ້ນກໍຊ່ວຍໃຫ້ຊີວິດການເປັນຢູ່ຂອງຜູ້ຜະລິດ ແລະ ຜູ້ຈຳໜ່າຍດີຂຶ້ນ ເພາະໃນໄລຍະມີການລະບາດໂຄວິດ-19 ຫຼາຍຫົວທຸລະກິດໄດ້ພົບຄວາມຫຍຸ້ງຍກພໍສົມຄວນ.

error: Content is protected !!