ສປປ ລາວ ສາມາດບັນລຸການສັກວັກຊີນໃຫ້ກຸ່ມເປົ້າໝາຍ 50%

    ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 24 ກຸມພາ 2022 ຢູ່ກະຊວງສາທາລະສະສຸກວ່າ:  ສະພາບການການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາ ໃນວັນທີ 23 ກຸມພາ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.684 ຕົວຢ່າງ ແລະ ພົບກວດເຊື້ອ 239 ຄົນ  ໃນນັ້ນ ຕິດເຊື້ອພາຍໃນ 198 ຄົນຄື: ຈາກນະຄອນຫຼວງ 53 ຄົນ ແຂວງບໍລິຄໍາໄຊ 34 ຄົນ ສະຫັວນນະເຂດ 29 ຄົນ ຫົວພັນ 16 ຄົນ ອັດຕະປື 12ຄົນ ໄຊສົມບູນ 9 ຄົນ ວຽງຈັນ 7 ຄົນ ຊຽງຂວາງ 7 ຄົນ  ຫຼວງພະບາງ ຄໍາມ່ວນ ສາລະວັນ ແລະ ແຂວງໄຊຍະບູລີ ແຂວງລະ 5 ຄົນ ຜົ້ງສາລີ 4 ຄົນ ຈໍາປາສັກ 3 ຄົນ  ຫຼວງນໍ້າທາ ແລະ ແຂວງອຸດົມໄຊແຂວງລະ2 ຄົນ.

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 41 ຄົນແມ່ນຈາກແຂວງສະຫວັນນະເຂດ 16 ຄົນ ຂຽງຂວາງ 9 ຄົນ ບໍລິຄຳໄຊ 7 ຄົນ ຈຳປາສັກ 4 ຄົນ ນະຄອນຫຼວງ 3 ຄົນ ແລະ ແຂວງຄຳມ່ວນ 2 ຄົນ ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ຜູ້ຕິດເຊຶ້ອພະຍາດໂຄວິດ-19 ສະສົມຢູ່ ສປປ ລາວ 141.933 ຄົນ ເສຍຊີວິດສະສົມ 617 ຄົນ (ເສຍຊີວິດໃໝ່ 1 ຄົນຢູ່ແຂວງຊຽງຂວາງ) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ  294 ຄົນ ແລະ ກໍາລັງປິ່ນປົວ 1.629 ຄົນ.

    ເພື່ອແນໃສ່ເຮັດໃຫ້ການຕິດເຊື້ອພະຍາດຫຼຸດລົງ ປັດຈຸບັນ ລັດຖະບານໄດ້ສືບຕໍ່ເລັ່ງໃສ່ວຽກງານການສັກວັກຊີນໃນຂອບເຂດທົ່ວປະເທດ ຮຽກຮ້ອງໃຫ້ທຸກຄົນຈົ່ງໄດ້ເອົາໃຈໃສ່ ຕື່ນຕົວນຳພາລູກຫຼານ ແລະ ຄົນໃນຄອບຄົວຂອງທ່ານໄປຮັບວັກຊີນໃຫ້ຄົບເພື່ອເຮັດໃຫ້ການສັກວັກຊິນປົກຄຸມໃນປວງຊົນທຸກກຸ່ມຄົນໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່ ຫຼຸດຜ່ອນຜູ້ທີ່ເຈັບເປັນມີອາການໜັກ ຫຼື ການເສຍຊີວິດຈາກການຕິດເຊື້ອໃຫ້ຫຼຸດລົງ.

   ປັດຈຸບັນ ການສັກວັກຊິນໃຫ້ກຸ່ມເປົ້າໝາຍບຸລິມະສິດ ໄດ້ມີຄວາມຄືບໜ້າຫຼາຍ ທຽບໃສ່ອາທິດຜ່ານມາ ເກືອບໄດ້ທຸກແຂວງ ແລະ ບັນລຸກການສັກວັກຊິນໄດ້ 50% ຕາມທີ່ວາງໄວ້ ຍົກເວັ້ນບາງແຂວງທີ່ກໍາລັງຕະລຸມບອນບໍລິການສັກວັກຊິນໃນຊຸມຊົນຢ່າງຂຸ້ນຂ້ຽວ.

    ປັດຈຸບັນ ລາວເຮົາສາມາດສັກວັກຊີນເຂັມທີ 1 ໄດ້ 4.845.284 ອັດຕາປົກຄຸມ 66.03% ແລະ ທຸກເຂັມທີ່ແນະນໍາ 4.286.355 ອັດຕາປົກຄຸມ 58.42%   ແລະ ກຸ່ມໃນເກນອາຍຸ  12-17 ປີ ສັກເຂັມທີ 1 ແລະ ທີ່ 2  ໄດ້ 5.485.050 ຄົນ.

  ສໍາລັບຜູ້ທີ່ມີແຜນຈະໄປສັກວັກຊິນຕາມຈຸດຕ່າງໆທີ່ຄະນະສະເພາະກິດກຳນົດອອກ ແນະນຳໃຫ້ທຸກຄົນກຽມຮ່າງກາຍໃຫ້ພ້ອມກ່ອນໄປສັກວັກຊິນ ໂດຍສະເພາະ ພັກຜ່ອນ ບໍ່ນອນເດິກ ກິນອາຫານມີປະໂຫຍດ ດື່ມນໍ້າໃຫ້ພຽງພໍ ກຽມໂຫຼດແອັບເພື່ອລົງທະບຽນສັກວັກຊິນ ສໍາລັບຜູ້ທີ່ມີເງື່ອນໄຂ  ແລະ ກຽມຜ້າປິດປາກ-ດັງ ນໍ້າຢາລ້າງມືສໍາລັບຕົນເອງ ຮັກສາໄລຍະຫ່າງ ແລະ ຢູ່ໃນສະຖານທີ່ເປີດ ເພື່ອເຮັດໃຫ້ທ່ານມີຄວາມສ່ຽງໜ້ອຍລົງ.

# ຂ່າວ-ພາບ : ລັດເວລາ

error: Content is protected !!